Ad

Ad

10 June 2015

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຈະເດີນທາງເຂົ້າຮ່ວມງານວາງສະແດງສີນຄ້າຢູ່ ສປ ຈີນ ແຕ່ວັນທີ 11-12 ມິຖຸນາ 2015



   ໂດຍຕອບສະໜອງຕາມການເຊື້ອເຊີນຂອງລັດຖະບານແຫ່ງສາທາລະນະລັດ ປະຊາຊົນຈີນ, ໃນວັນທີ 11-12 ມິຖຸນານີ້, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈະພາຄະນະຜູ້ແທນລາວເຂົ້າຮ່ວມງານວາງສະແດງຈີນ- ອາຊີໃຕ້ຄັ້ງທີ 3 ແລະ ງານຕະຫລາດນັດສີນຄ້າຂາເຂົ້າ-ຂາອອກ ຄຸນໝິງຄັ້ງທີ 23 ( The 3rd  China​​​ South Asis Exposition and 23rd China Khunming Import and Export Commodities Fairs) ເຊິ່ງຈະຈັດຂຶ້ນໃນ ລະຫວ່າງວັນທີ 12 - 16 ມິຖຸນາ 2015 ທີ່ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ພາຍໃຕ້ຄຳຂວັນສົ່ງ ເສີມມິດຕະພາບ, ຄວາມຈິງໃຈ, ຜົນປະໂຫຍດຮ່ວມກັນ ແລະ ການມີສ່ວນຮ່ວມໃນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ”.ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຈະໄດ້ພົບປະສອງຝ່າຍກັບການນຳຂັ້ນສູງຂອງ ສປ ຈີນ ເພື່ອປືກສາຫາລືແລກ ປ່ຽນຄຳເຫັນ ເພື່ອສົ່ງເສີມການຮ່ວມມື ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານໃຫ້ຂະຫຍາຍຕົວເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

No comments:

Post a Comment