ປັດຈຸບັນຢູ່ປະເທດເຮົາມີພື້ນທີ່ປ່າໄມ້ບໍ່ເຖິງ 50% ຂອງເນື້ອທີ່ປະເທດ, ໃນນັ້ນ ມີປ່າສະຫງວນແຫ່ງຊາດ, ປ່າສະຫງວນລະດັບແຂວງ-ນະຄອນ, ປ່າສະຫງວນລະດັບເມືອງ ແລະ ບ້ານລວມຢູ່ນຳ
ເຊິ່ງເມື່ອບໍ່ດົນຜ່ານມາ ລັດຖະ ບານໄດ້ອອກດຳລັດວ່າດ້ວຍປ່າສະຫງວນ ສະບັບເລກທີ 134/ລບ ລົງວັນທີ
19 ພຶດສະພາ 2015 ລວມມີ 19 ໝວດ ແລະ 41 ມາດຕາ ເຊິ່ງໄດ້ໃຫ້ຄຳນິຍາມ ແລະ ຄວາມສຳຄັນຂອງປ່າສະຫງວນ ແນໃສ່ປົກປັກຮັກສາສິ່ງແວດລ້ອມ, ຮັກສາແຫລ່ງນ້ຳ, ປ້ອງກັນການເຊາະເຈື່ອນ, ຮັກສາຄຸນນະພາບຂອງດິນ, ຮັກສາເຂດຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປັບຕົວ ແລະ ຫລຸດຜ່ອນການປ່ຽນແປງດິນຟ້າອາກາດ ແລະ ແກ້ໄຂສະພາວະໂລກຮ້ອນ, ສ້າງໃຫ້ເຂດປ່າໄມ້ມີຄວາມປົກຫຸ້ມ ແລະ ຂຽວງາມໄປດ້ວຍທຳມະຊາດຕະຫລອດໄປ.
ໃນນີ້ແຂວງວຽງຈັນໄດ້ກາຍເປັນແຂວງແບບຢ່າງໃນການຄຸ້ມຄອງປົກປັກຮັກສາປ່າໄມ້ ເຊິ່ງມັນສະແດງອອກໃນລະຫວ່າງປີ 2012-2015 ເຈົ້າໜ້າທີ່ຊັບພະຍາກອນປ່າໄມ້ແຂວງວຽງຈັນ ໄດ້ລົງຕິດຕາມກວດກາ ແລະ
ພົບເຫັນ 7 ບໍລິສັດ ແລະ ປະຊາຊົນຈຳນວນໜຶ່ງບຸກລຸກປ່າສະຫງວນໃນເນື້ອທີ່ 3.000 ກວ່າເຮັກຕາ ແລະ ຫລ້າສຸດເຈົ້າແຂວງດັ່ງກ່າວໄດ້ອອກຄຳສັ່ງໃຫ້ຢຸດຕິການບຸກລຸກດັ່ງກ່າວຢ່າງເຂັ້ມງວດ ໂດຍການສົ່ງນັກວິຊາການລົງປັກຫລັກໝາຍກຳນົດເຂດທຳການຜະລິດໃຫ້ປະຊາຊົນຢູ່ບັນດາບ້ານເປົ້າໝາຍທີ່ມີການບຸກລຸກປ່າໄມ້ ດ້ວຍຮູບການບຸກເບີກທີ່ດິນປູກຢາງພາລາ ແລະ ປູກພືດອື່ນໆຢູ່ໃນເຂດປ່າສະຫງວນດັ່ງກ່າວໃຫ້ຫັນມາດຳເນີນການຜະລິດຢູ່ເຂດທາງການກຳນົດໃຫ້ ແລະ ປະຊາຊົນກໍມີຄວາມເພິ່ງພໍໃຈຈາກການຈັດສັນດັ່ງກ່າວ ບໍ່ວ່າຈະຢູ່ແຂວງວຽງຈັນ ແລະ ບັນດາແຂວງໃກ້ຄຽງຕ່າງໆ, ແຕ່ສິ່ງທີ່ໜ້າເປັນຫ່ວງໃນປັດຈຸບັນນີ້ແມ່ນປ່າສະຫງວນແຫ່ງຊາດພູພະນັງ ແລະ ພູເຂົາຄວາຍເປັນສາຍພູ ຍາວຢຽດນັບເປັນຫລາຍສິບກິໂລແມັດ. ສະເພາະພູພະນັງກວມເອົາສ່ວນໜຶ່ງຂອງແຂວງວຽງຈັນ ແລະ ນະຄອນຫລວງ, ເຊັ່ນດຽວກັບພູເຂົາຄວາຍນອກຈາກຢູ່ໃນເຂດຄຸ້ມຄອງຂອງແຂວງວຽງຈັນແລ້ວຍັງກວມເອົາແຂວງໄຊສົມບູນ, ບໍລິຄຳໄຊ
ແລະ ນະຄອນຫລວງ.
ດັ່ງນັ້ນ ຖ້າຈະເຂັ້ມງວດພຽງແຂວງວຽງຈັນຜູ້ດຽວເທົ່ານັ້ນ ກໍຈະເຮັດໃຫ້ມາດຕະການສະ ກັດກັ້ນການບຸກລຸກປ່າສະຫງວນດັ່ງກ່າວຍັງມີປະສິດທິຜົນໜ້ອຍ, ແຕ່ກໍເຊື່ອວ່າພາຍຫລັງລັດຖະບານໄດ້ມີດຳລັດວ່າດ້ວຍປ່າສະຫງວນອອກມານຳໃຊ້ແລ້ວກໍຈະເປັນຜົນດີໃຫ້ແກ່ການຄຸ້ມຄອງປ່າໄມ້ໃຫ້ມີຄວາມເຂັ້ມງວດ ແລະ ສັກສິດກວ່າເກົ່າ ເພື່ອເຮັດໃຫ້ປ່າທຳມະຊາດທີ່ນອນຢູ່ໃນເຂດສະຫງວນ ແລະ ປ່າໄມ້ອື່ນໆນັບມື້ມີຄວາມອຸດົມສົມບູນ ແລະ ຍືນຍົງໄດ້.
No comments:
Post a Comment