Ad

Ad

11 June 2015

ແຂວງວຽງຈັນປົດຕຳແໜ່ງຜູ້ສໍ້ໂກງສັບສີນຂອງລັດ



ຄະນະກວດກາແຂວງວຽງຈັນ ລາຍງານໃຫ້ນັກຂ່າວຮູ້ໃນວັນທີ 9 ມິຖຸນານີ້ວ່າ:ພາຍຫລັງເຈົ້າໜ້າທີ່ກວດກາຂອງ ຕົນ, ໄດ້ກວດເຫັນປາກົດການສວຍໂອກາດລັກຊື້-ຂາຍດິນລັດຜິດກົດໝາຍຢູ່ເມືອງໂພນໂຮງ ແລະເມືອງຫີນເຫີບ, ແຂວງ ວຽງຈັນໃນມູນຄ່າຫລາຍກວ່າຕື້ກີບໃນປີຜ່ານມານັ້ນ, ຈຶ່ງໄດ້ດຳເນີນການສືບສວນ-ສອບສວນຢ່າງລະອຽດສາມາດພົບເຫັນ ການສໍ້ໂກງຊັບສິນຂອງລັດກໍລະນີນີ້ແມ່ນມີລະດັບຂັ້ນຮອງເຈົ້າເມືອງ ແລະ  ພະນັກງານຈຳນວນໜຶ່ງທັງຢູ່ສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍປະຊາຊົນອີກຈຳນວນໜຶ່ງໄດ້ສົມຮູ້ຮ່ວມຄິດກັນວາງແຜນກະທຳຢ່າງເປັນລະ ບົບເລິກແລບແນບນຽນ, ເຊິ່ງມີຜູ້ກະທຳຜິດທັງໝົດ 57 ຄົນ ແລະ ປັດຈຸບັນແມ່ນໄດ້ປະຕິບັດວິໄນຕໍ່ຜູ້ທີ່ກະທຳຜິດທີ່ເປັນພະນັກງານ-ລັດຖະກອນ ຄືໃນເບື້ອງຕົ້ນແມ່ນໄດ້ປົດຕຳແໜ່ງໜ້າທີ່ ແລະ ຈຳນວນໜຶ່ງແມ່ນມອບໃຫ້ສານຕັດສິລົງໂທດຕາມລະບຽບກົດໝາຍ. ສ່ວນເງິນທີ່ໃຊ້ລັກລອບຊື້-ຂາຍຈຳນວນແສນໂດລາສະຫະລັດ ແລະ 700 ລ້ານກີບແມ່ນເອົາເຂົ້າງົບປະມານລັດ, ພວມ ຈະປະຕິບັດວິໄນຢ່າງເຂັ້ມງວດຕໍ່ຜູ້ທີ່ກະທຳຜິດໃນຄະດີສໍ້ໂກງຊັບສິນຂອງລັດຄັ້ງນີ້, ແມ່ນການສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫລວງຂອງພະນັກງານເວົ້າລວມ, ເວົ້າສະເພາະກໍແມ່ນຢູ່ໃນແຂວງວຽງຈັນໃຫ້ໝົດໄປ, ທັງເປັນການສ້າງຄວາມ ເຂັ້ມແຂງໃຫ້ແກ່ວຽກງານກວດກາຂອງພັກ ແລະ ລັດເຮົາວາງອອກ.

No comments:

Post a Comment