Ad

Ad

11 June 2015

ຮົວເຫວີຍນຳສະເໜີໂທລະສັບມືຖືຮຸ້ນໃໝ່



ວັນທີ 10 ມິຖຸນານີ້, ບໍລິສັດ ຮົວເຫວີຍ ໄດ້ຈັດພິທີນຳສະເໜີໂທລະສັບຮຸ້ນໃໝ່ Huawei P8  ແລະ ອຸປະກອນຮຸ້ນໃໝ່ TalkBand B2 (ໂມງຮັດແຂນ) ຂຶ້ນຢູ່ຮ້ານຈຳໜ່າຍຂອງຕົນທີ່ຖະ ໜົນດົງປ່າລານ ນະຄອນຫຼວງວຽງຈັນ ຊຶ່ງມີລູກຄ້າ ແລະ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ.
ອຳນວຍການຝ່າຍໂທສະສັບບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ການເປີດຜະລິດຕະ ພັນຮຸ້ນໃໝ່ນີ້ ເປັນ ການສືບເນື່ອງຈາກຜົນສຳເລັດຂອງການນຳສະເໜີໂທລະສັບດັ່ງ ກ່າວຢູ່ຫຼາຍປະເທດໃນເອີ ຣົບ ແລະ ລາຊະອານາຈັກໄທ, ຊຶ່ງໄດ້ຮັບການຕອບຮັບຈາກລູກຄ້າເປັນຢ່າງດີ ໃນຄຸນນະພາບ ແລະຄຸນສົມບັດທີ່ດີຂອງໂທລະສັບຮົວເຫວີຍ ຮຸ້ນ P8 ນີ້, ຊຶ່ງມັນແຕກຕ່າງຈາກທຸກຮຸ້ນທີ່ຜ່ານມາ, ເພາະເປັນການພັດທະນາ
ຕໍ່ເນື່ອງຈາກຮຸ້ນ P6  ແລະ P7 , ສ້າງດ້ວຍອຸປະກອບພິເສດ, ມີຄວາມສວຍ ງາມທັງສະໄໝ, ມີຄວາມສາມາດທີ່ຫຼາກຫຼາຍ, ໝ້າຈໍກ້ວາງ 5.2” FHD, ມີແບັດເຕີລີ ທົນທານສາມາດໃຊ້ງານໄດ້ທົນທານ ແລະ ມີກ້ອງຖ່າຍຮູບທີ່ແຈ້ງ, ສວຍງາມ, ສາ ມາດປັບ ໄດ້ຫຼາຍແບບ ຄື: ກ້ອງຫຼັງມີຄວາມແຈ້ງເຖິງ 13 MP, ກ້ອງໜ້າ 8 MP, ມາພ້ອມກັບຄວາມ ຈຳ 32 GB, ລະ ບົບປະຕິບັດການ Android 5.1 ທີ່ມີເຕັກໂນໂລຊີຂັ້ນສູງ, ເຮັດໃຫ້ການໃຊ້ງານງ່າຍຂຶ້ນດ້ວຍຄວາມສາມາດໃນການສຳ ຜັດແບບໃໝ່.
ຜູ້ຈັດການຝ່າຍໂທລະສັບຂອງບໍລິສັດກ່າວວ່າ: ສຳລັບ TalkBand B2 ຮຸ້ນໃໝ່ນີ້, ເປັນຜົນ ຂອງກາ ພັດທະ ນາ ສືບເນື່ອງມາຈາກ B1, ສາມາດຮອງຮັບການໂທແບບບໍ່ມີສາຍໄດ້ທຸກ ບ່ອນ ທຸກເວລາ, ມາພ້ອມກັບລະບົບບຣູທູດ 3.0, ຫູຟັງແບບບໍ່ມີສາຍເຮັດໃຫ້ທ່ານ ສາມາດໂທຕໍ່ເນື່ອງໄດ້ເຖິງ 6 ຊົ່ວໂມງ, ສາມາດຕິດຕາມກິດຈະກຳການອອກ ກຳລັງກາຍ, ການບັນທຶກບາດກ້າວຍ່າງ ແລະ ການນັບແຄລໍລີທີ່ຖືກເຜົາຜານ, ສາມາດບັນທຶກໄລຍະເວລາ ແລະ ຄຸນນະພາບ ຂອງການ ນອນຫຼັບ ແລະ ປຸກຕື່ນຂຶ້ນໃນເວລາທີ່ດີທີ່ສຸດ, ພິເສດ TalkBand B2 ຍັງກັນນ້ຳໄດ້ນຳອີກ.

No comments:

Post a Comment