Ad

Ad

14 July 2015

ສະຫະລັດ ອາເມລິກາໃຫ້ການຊ່ວຍເຫຼືອຊາວກະສິກອນແຂວງຫົວພັນ



ໃນວັນທີ 10 ກໍລະກົດ 2015 ນີ້ ທ່ານແດນຽວເອ. ຄລູນ ເອກອັກຄະລັດຖະທູດສະຫະລັດອາເມລິກາໂດຍມີ ທ່ານ ກຸຈັນສີນາປະທານຄະນະກຳມະການແຫ່ງຊາດເພື່ອກວດກາ ແລະຄວບຄຸມຢາເສບຕິດ ແລະ ທ່ານ ເຈຣາມີ ດັກກລາສ ຜູ້ຕາງໜ້າປະຈຳພາກພື້ນຂອງອົງການສະຫະປະ ຊາຊາດເພື່ອ ຄວບຄຸມຢາເສບຕິດແລະຕ້ານອາດຊະຍະກຳໄດ້ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈທີ່ໄດ້ຈັດຂຶ້ນລະຫວ່າງຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແລະ ທ່ານ ເຈຣາມີ ດັກກລາສຜູ້ຕາງໜ້າປະຈຳພາກພື້ນຂອງອົງການສະຫະປະຊາຊາດເພື່ອຄວບ ຄຸມຢາເສບຕິດ ແລະ ຕ້ານອາດຊະຍະກຳ ເພື່ອຕອບສະໜອງທຶນໃນມູນຄ່າ 1,5 ລ້ານໂດລາສະຫະລັດ
ເພື່ອຊວ່ຍເຫຼືອຊາວກະສິກອນ ໃນໂຄງການປູກພືດທົດແທນຢູ່ໃນສອງເມືອງຂອງແຂວງຫົວພັນເປັນໃລຍະເວລາ 2 ປີ ໂດຍອົງການສະຫະປະຊາຊາດເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາດຊະຍະກຳເປັນຜູ້ລົງມືປະຕິບັດໂຄງການດັ່ງກ່າວ ເພື່ອປະກອບສ່ວນຊຸກຍູ້ໃສ່ຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການລຶບລ້າງຄວາມທຸກຍາກໂດຍສະເພາະ ໃນບັນດາທ້ອງຖິ່ນໃນເຂດຫ່າງໄກສອກຫຼີກ.
ນັບແຕ່ປີ 1989 ເປັນຕົ້ນມາ ລັດຖະບານສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ມີມູນຄ່າຫຼາຍກວ່າ  47 ລ້ານໂດລາສະຫະລັດ ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ.  
 ການຊ່ວຍເຫຼືອດັ່ງກ່າວແມ່ນລວມທັງ ການຝຶກອົບຮົມ ແລະການຕອບສະໜອງອຸປະກອນເຄື່ອງມືໃນຫຼາຍ ດ້ານເຊັ່ນການປິ່ນປົວ ແລະ ບຳບັດຜູ້ຕິດຢາເສບຕິດ, ການໂຄສະນາສະກັດກັ້ນໄພອັນຕະລາຍຂອງຢາເສບຕິດ. ນອກຈາກນີ້ ສະຫະລັດອາເມລິກາ ຍັງໄດ້ໃຫ້ການຊ່ວຍ ເຫຼືອໃນວຽກງານປະຕິບັດມາດຕະການດ້ານກົດໝາຍແກ່ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸງ, ສານປະຊາຊົນສູງສຸດ, ອົງການກວດກາລັດຖະບານ ແລະຕ້ານການສໍ້ລາດບັງຫຼວງ ແລະ ກົມພາສີນຳອີກ.

No comments:

Post a Comment