Ad

Ad

14 July 2015

ຜົນສຳເລັດກອງປະຊຸມອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ



       ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ ໃນວັນທີ 10 ກໍລະກົດ 2015 ຕາມຈຸດປະສົງຄາດໝາຍທີ່ວາງໄວ້, ເປັນກຽດເຂົ້າຮ່ວມໂດຍທ່ານ ສົມສະ ຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳຂົງເຂດການຜະລິດ ແລະ ຈໍລະຈອນ.
        ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນ ບັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫລັກການລວມສູນປະຊາທິປະໄຕທີ່ຖືກຕ້ອງສອດຄ່ອງກັບມາດ ຖານ ແລະ ເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 19 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກໄດ້ 15 ສະຫາຍ,
ໃນນັ້ນ ໄດ້ເລືອກເອົາສະຫາຍນາງ ເຂັມມະນີ ພົນເສນາ ເປັນເລຂາຄະນະພັກ, ສະຫາຍ ບຸນມີ ມະນີວົງ ເປັນຮອງເລຂາຄະນະ ພັກ ທັງເປັນປະທານກວດກາ, ສະຫາຍ ພັນ ວິໄລສົມ ເປັນຮອງປະທານກວດກາ, ສະຫາຍ ທາ ວົງແພງຄຳ ເປັນຮອງປະທານກວດກາ.
         ກອງປະຊຸມຍັງໄດ້ສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ແຕ່ປີ 2011-2015 ເຊິ່ງໄດ້ຮັບຜົນສຳເລັດຫລາຍດ້ານ ຄືວຽກງານສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການສົ່ງເສີມການຜະລິດ ແລະ ການຄ້າໃຫ້ມີຄວາມຄືບໜ້າ ເຊິ່ງໄດ້ສະແດງອອກ 3 ດ້ານ ຄືການຄົ້ນຄວ້ານະໂຍບາຍ ເພື່ອປະຕິບັດໂຄງການຂອງລັດຖະບານໃນການຄ້ຳປະກັນສະບຽງອາຫານ ແລະ ສົ່ງເສີມການຜະລິດເປັນສິນຄ້າ ໂດຍສະເພາະໃນຂອດປຸງແຕ່ງຜົນຜະລິດກະສິກຳ ແລະ ການຕະຫລາດ; ການສົ່ງເສີມການຜະລິດ ແລະ ການຄ້າຂອງສິນຄ້າ ອຸດສາຫະກຳ; ການສົ່ງເສີມການຜະລິດສິນຄ້າຕາມໂຄງການ ODOP; ປະກອບສ່ວນກໍ່ສ້າງຮາກຖານການເມືອງ ແລະ ພັດ ທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ສົ່ງເສີມພັດທະນາທຸລະກິດ SME; ປັບປຸງສະພາບແວດ ລ້ອມທາງລະບຽບການ ແລະ ການຄຸ້ມຄອງລັດຕໍ່ການເຄື່ອນໄຫວທຸລະກິດໄດ້ມີຄວາມຄືບໜ້າ, ການຂຶ້ນທະບຽນວິສາຫະກິດ ທີ່ມີຄວາມສະດວກໄວຂຶ້ນ, ປະຢັດເວລາ ແລະ ຄ່າໃຊ້ຈ່າຍ; ໄດ້ສ້າງຫລັກສູດວິຊາກໍ່ສ້າງຜູ້ປະກອບການ ຂອງອາຊຽນເຂົ້າໃນ ລະບົບສຶກສາ ພ້ອມທັງດຳເນີນໂຄງການກໍ່ສ້າງຜູ້ປະກອບກິດຈະການໃໝ່, ສົ່ງເສີມການເຂົ້າຫາຕະຫລາດ, ການຂະຫຍາຍຕະ ຫລາດ ແລະ ອື່ນໆອີກ. ພ້ອມນັ້ນ ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາຍຸດທະສາດແຜນດຳເນີນງານຂອງຕົນສຳລັບປີ 2016-2020.

No comments:

Post a Comment