Ad

Ad

15 September 2015

BIDV ​ໃຫ້​ທຶນ​ຊ່ວຍ​ເຫລືອ​ສ້າງ​ໂຮງຮຽນ​ປະຖົມ​ສົມບູນດົງ​ກະ​ແສນ

            ທະນາຄານຮຸ້ນສ່ວນລົງທຶນແລະ ພັດທະນາຫວຽດນາມ (BIDV) ​ໄດ້ໃຫ້ທຶນກໍ່ສ້າງໂຮງຮຽນປະຖົມສົມບູນດົງກະແສນ ທີ່ເມືອງທ່າແຂກແຂວງຄຳມ່ວນ, ມູນຄ່າ 4,5 ຕື້ດົງ ຫລື 200.000 ​ໂດລາສະຫະລັດ ຊຶ່ງພິທີວາງສີລາເລີກການກໍ່ສ້າງໂຮງຮຽນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ກັນຍານີ້, ​ໂດຍມີທ່ານ ຫງວຽນເຕີນ ຢຸນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ທ່ານ ສົມສະຫວາດເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການຮ່ວມມືລາ-ຫວຽດນາມໃຫ້ກຽດເຂົ້າຮ່ວມ.
            ທ່ານ​ ​ເຈີ່ນ ລຸກ ລ່າງ ຮອງອຳນວຍການໃຫຍ່ BIDV ກ່າວວ່າ:  ​ໂຮງຮຽນປະຖົມສົມບູນດົງກະແສນ ຈະສ້າງເປັນອາຄານກໍ່ຊັ້ນດຽວ ປະກອບມີ 6 ຫ້ອງຮຽນ ທີ່ປະກອບອຸປະກອນຄົບຊຸດ, ຊຶ່ງຈະສາມາດຮັບນັກຮຽນໄດ້ຢ່າງໜ້ອຍຫ້ອງລະ 30 ຄົນ, ​ເພື່ອສາມາດອຳນວຍຄວາມສະດວກໃຫ້ແກ່ການສຶກສາຮ່ຳຮຽນມີຄຸນນະພາບດີຂຶ້ນ, ປະກອບມີສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

No comments:

Post a Comment