Ad

Ad

15 September 2015

ມຊ ສ້າງ​ບຸກຄະລາ​ກອນ​ອອກ​ຮັບ​ໃຊ້​ສັງຄົມ​ປີ​ນີ້ຫຼາຍກວ່າ 7 ພັນ​ຄົນ

          ມະຫາວິທະຍາໄລແຫ່ງຊາດ(ມຊ​) ໄດ້ຈັດພິທີມອບ​​ໃບ​ປະກາດ​​ໃຫ້ນັກສຶກສາ ຮຸ່ນ​ທີ 15 ​​ທີ່​ຮຽນຈົບ​ຫຼັກສູດສາຍ​ຕ່າງໆທັງ​ໝົດ 7.257 ຄົນ ເພື່ອກຽມ ພ້ອມອອກຮັບໃຊ້ວຽກງານຂອງຊາດ ໃນນັ້ນ ມີ​ນັກ​ສຶກສາ​ຮຽນຈົບ​ປະລິນຍາ​ເອກຈຳນວນ 19 ຄົນ ຍິງ 1 ຄົນ, ​ເຊິ່ງ​​ເປັນ​ຮຸ່ນ​ທຳ​ອິດ​ຂອງ​ ມຊ ອີກດ້ວຍ.
            ​ພິທີດັ່ງກ່າວໄດ້ຈັດຂຶ້ນ ວານນີ້ ທີ່ມະຫາວິທະຍາໄລດັ່ງກ່າວ ໂດຍການເຂົ້າຮ່ວມຂອງ​ ທ່ານ ສຈ.ດຣ. ບຸນ​ຕຽມ ພິດສະ​ໄໝ ປະທານ​ສະພາ​ມະຫາວິທະຍາ​ໄລ​ແຫ່ງ​ຊາ​ດແລະ ທ່ານ ສຈ. ດຣ. ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ອະທິການ​ບໍດີ ມະຫາວິທະຍາ​ໄລ​ແຫ່ງ​ຊາດ.

            ທ່ານ ສຈ. ດຣ. ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ມີຄຳເຫັນໃນພິທີ​ວ່າ: ການກໍ່ສ້າງ​ບຸກຄະລາ​ກອນ​ທີ່​ມີ​ບຸດ​ທິການ​ສຶກສາ ​ແລະ ມີ​ວິຊາ​ການ​ເຕັກນິກ​ວິທະຍາສາດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ​ແລະ ​ຂະ​ແໜງ​ການ​ຕ່າງໆ​ໃນ​ທົ່ວ​ປະ​ເທດໄດ້ພຽງພໍ, ​ເພື່ອ​ກາຍ​ເປັນ​ຜູ້ສືບ​ທອດ​ພາລະກິດປົກປັກຮັກສາແລະ ສ້າງສາ​ພັດທະນາ​ເສດຖະກິດ - ສັງຄົມຂອງຊາດ ​ໃຫ້​ຈະ​ເລີ​ນກ້າວໜ້າ​ຮອບດ້ານ.
            ພ້ອມນັ້ນ ທ່ານຍັງ​ໄດ້​ຮຽກຮ້ອງ​ໃຫ້​ນັກ​ສຶກສາດັ່ງກ່າວ ຈົ່ງ​ພ້ອມ​ກັນ​ຕັ້ງໜ້າ, ນໍາ​ເອົາ​ຄວາມ​ຮູ້​ຄວາມສາມາດຂອງຕົ້ນປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ຕົວ​ຈິງ​ ໃຫ້ປະສົບຜົນສຳເລັດ, ຊ່ວຍພັດທະນາປະເທດຊາດໃຫ້ສາມາດຫຼຸດພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020 ​ແລະ ກ້າວ​ໄປ​ສູ້​ປະ​ເທດ​ພັດທະນາ​ທີ​ມີ​ລາຍ​ຮັບ​ປານ​ກາງ​ຕາມ​ທິດ​ສີຂຽວ ​ແລະ ຢືນ​ຍົງ​ໃນ​ປີ 2030.
            ທ່ານ  ສຈ.ດຣ. ສາຍ​ຂອງ ສາຍ​ນາ​ສິນ ຮອງ​ອະທິການ​ບໍດີ ມຊ ​ໃຫ້ຮູ້​ວ່າ: ນັກ​ສຶກສາທີ່ສຳ​ເລັດການສຶກສາສົກຮຽນນີ້ມີລະດັບ ​ ປະລິນຍາ​ເອກ 19 ຄົນ​ຍິງ 1 ຄົນ ປະລິນຍາ​ໂທ 434 ຄົນ ຍິງ 175 ຄົນ, ປະລິນຍາ​ຕີ 6.602 ຄົນ ຍິງ2.698 ຄົນ, ອະນຸ​ປະ​ລີ​ນຍາ 202 ຄົນ ຍິງ 85 ຄົນ, ຈຳນວນ​ນີ້​ເປັນ​ພຣະສົງ​ສຳມະ​ເນນ 62 ອົງ, ນັກສຶກສາ​ໄດ້​ກຽດນິຍົມ 32 ຄົນ ຍິງ 21 ຄົນ , ນັກ​ສຶກສາ​ຕ່າງປະ​ເທດ 129 ຄົນ​ຍິງ 24 ຄົນ.


No comments:

Post a Comment