Ad

Ad

15 September 2015

ກະຊວງ​ຕ່າງປະ​ເທດ ຈັດ​ຕັ້ງ​ເວທີ​ຖາມ-ຕອບ​ວິທະຍາສາດ

 ​ວັນທີ 14 ກັນຍານີ້, ຄະນະບໍລິຫານງານສູນກາງຊາວໜຸ່ມ ກະຊວງການຕ່າງປະເທດແລະ ຄະນະພົວພັນຕ່າງປະເທດສູນກາງພັກໄດ້ຈັດຕັ້ງເວທີຖາມ-ຕອບວິທະຍາ ສາດ ຂຶ້ນທີ່ກະຊວງຂອງຕົນໃນນະຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມເປີດພິທີຂອງທ່ານ ສະເຫລີໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ມີທ່ານ ອານຸພາບ ວົງໜໍ່ແກ້ວເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດແລະ ຄະນະພົວພັນຕ່າງປະເທດສູນກາງພັກ.

            ລັດຖະມົນຕີຊ່ວຍກ່າວວ່າ: ​​ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III, ວັນການທູດລາວ ຄົບຮອບ 70 ປີແລະ ວັນຊາດລາວ ຄົບຮອບ 40 ປີ, ທາງກະຊວງການຕ່າງປະເທດໄດ້ພ້ອມກັນຈັດຕັ້ງການແຂ່ງຂັນ ຖາມ-ຕອບ ວິທະຍາສາດເພື່ອຊີງຂັນລາງວັນຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນ ຕີວ່າການກະຊວງການຕ່າງປະເທດແລະ ທັງເປັນການປຸກລະດົມ, ສ້າງຄວາມຮູ້ທີ່ເລິກເຊິ່ງ
ກວ່າເກົ່າກ່ຽວກັບຂະແໜງການຕ່າງປະເທດຄື: ປະຫວັດຄວາມເປັນມາແລະ ຜົນງານທີ່ພົ້ນເດັ່ນຂອງຂະແໜງການພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະກວ່າ 60 ປີຜ່ານມາ, ທັງ​​ເປັນການປະກອບສ່ວນໃຫ້ແກ່ວຽກງານສຶກສາອົບຮົມການເມືອງແນວຄິດແລະ ວຽກງານການຕ່າງປະເທດໃຫ້ຊາວໜຸ່ມອ້ອມຂ້າງກະຊວງການຕ່າງປະເທດແລະ ຄະນະພົວພັນຕ່າງປະເທດສູນກາງພັກໄດ້ຮັບຮູ້ ແລະ ກຳໄດ້ແນວທາງນະໂຍບາຍຂອງພັກແລະ ລັດຖະບານໃນໄລຍະໃໝ່. ການ ຈັດກິດຈະກຳແຂ່ງຂັນຖາມ-ຕອບ ວິທະຍາສາດຄັ້ງນີ້ ມີສະມາຊິກຊາວໜຸ່ມພາຍໃນກະຊວງເຂົ້າຮ່ວມເປັນຈຳນວນຫລາຍແລະໄດ້ແບ່ງເປັນ 20 ກຸ່ມ, ກຸ່ມລະ 4 ຄົນທີ່ຕາງໜ້າຈາກກົມຕ່າງໆເພື່ອຂຶ້ນຊີ້ແຈງບັນຫາຕ່າງໆດ້ວຍບັນຍາກາດຟົດຟື້ນ.

No comments:

Post a Comment