Ad

Ad

2 September 2015

ການບິນລາວນໍາໃຊ້ບັດຮ່ວມພິເສດ ທຄຕລ

ເປັນນິມິມິດໝາຍທີ່ດີທີ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ-BCEL ) ຮ່ວມກັບ Unionpay ສາກົນ ແລະ ລັດວິສາຫະກິດການບິນລາວ ເປີດການບໍລິການນໍາໃຊ້ບັດເຄຼດິດຮູບແບບໃໝ່ ມາພ້ອມກັບສິດທິພິເສດ ແລະ ການບໍລິການເສີມທີ່ຫຼາກຫຼາຍ ນັ້ນກໍຄືບັດຮ່ວມພິເສດ (Co-Brand card) ທີ່ປະກອບດ້ວຍບັດຄຼາດສິກ, ບັດຄໍາ ແລະ ບັດແພລັດຕິນໍາ ທີ່ເປັນບັດເຄຼດິດຂັ້ນສິດທິພິເສດສູງສຸດຢູ່ລາວໃນເວລານີ້ ໂດຍການຮ່ວມມືລະຫວ່າງ ທຄຕລ-Unionpay ສາກົນ ແລະ ລັດວິສາຫະກິດການບິນລາວເຊິ່ງພິທີເປີດຕົວການນຳໃຊ້ບັດດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນໃນວັນທີ 25 ສິງຫາຜ່ານມາ .
           ທ່ານ ພູຂົງ ຈັນທະຈັກ ຮັກສາການ ທຄຕລ ໄດ້ກ່າວວ່າ: ບັດຮ່ວມພິເສດ ( Co-Brand card ) ເປັນຜະ ລິດຕະພັນໃໝ່ ຂອງ ທຄຕລ ເຊິ່ງຕະຫຼອດໄລຍະຜ່ານມາພວກເຮົາໄດ້ສຸມສະຕິປັນຍາ ແລະ ຊັບພະຍາກອນເຂົ້າໃນການພັດທະນາທຸລະກິດ ແລະ ການບໍລິການຂອງ ທຄຕລ ໃຫ້ມີຄວາມທັນສະໄໝ ແລະ ສາມາດສະໜອງສິດທິພິເສດໃຫ້ແກ່ລູກຄ້າໂດຍ
ສະເພາະການບໍລິການອີເລັກໂທຼນິກທີ່ສາມາດເຄື່ອນໄຫວທຸລະກໍາທາງດ້ານການເງິນດ້ວຍຕົນເອງແບບອອນລາຍ ໂດຍບໍ່ຈໍາເປັນເຂົ້າມາທະນາຄານເຊິ່ງໃນ 2 ປີມານີ້ ທຄຕລ ໄດ້ທະຍອຍເປີດຕົວການບໍລິການ ແລະ ຜະລິດຕະພັນໃໝ່ຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ.
          ການອອກຜະລິດຕະພັນໃໝ່ຂອງ ທຄຕລ ໃນເທື່ອນີ້ມີເປົ້າໝາຍອໍານວຍຄວາມສະດວກໃນການຊໍາລະສະສາງ, ເປັນການສະໜອງສິດທິພິເສດຕ່າງໆແກ່ກຸ່ມລູກຄ້າທີ່ໃຊ້ການບໍລິການຂອງ ທຄຕລ ແລະ ການບິນລາວ, ສິດທິພິເສດຂອງບັດ BCEL Co-Brand card ທີ່ເໜືອຈາກບັດເຄຼດິດທົ່ວໄປ ຍັງເປັນບັດທີ່ສະມາຊິກສະສົມ Mileage ເພື່ອແລກສິດທິພິເສດຕ່າງໆ, ພ້ອມນັ້ນຍັງເຂົ້າພັກຢູ່ຫ້ອງຮັບຮອງລ້າໆ ເມື່ອເດີນທາງກັບການບິນລາວ ທັງສາມາດນໍາໃຊ້ບັດຮ່ວມພິເສດຫຼາຍກ່ວາ 150 ປະເທດ, 26 ລ້ານຮ້ານຄ້າ ແລະ 1,8 ລ້ານ ຕູ້ ATM ທົ່ວໂລກ, ໄດ້ຮັບສ່ວນຫຼຸດຈາກບັນດາຮ້ານຄ້າສະມາຊິກ Partnership Program ຂອງ ທຄຕລ, ສາມາດຄວບຄຸມ ແລະ ຕິດຕາມລາຍການ ເຄື່ອນໄຫວຂອງບັດຜ່ານໂທລະສັບມືຖື app: BCEL One ແລະ ບໍລິ ການ hotline ຕະຫຼອດ 24 ຊົ່ວໂມງ, ພິເສດສໍາລັບບັດແພລັດຕິນໍາ ນອກເໜືອຈາກສິດທິພິເສດຂ້າງເທິງແລ້ວຍັງໄດ້ຮັບປະກັນໄພ ລ້າໆທີ່ຄຸ້ມຄອງສູງສຸດ 90 ວັນ ຕໍ່ປີ (ໃນເວລາປີໜຶ່ງ, ເດີນທາງຫຼາຍຖ້ຽວລວມກັນບໍ່ກາຍ 90 ວັນ), ເຂົ້າພັກຢູ່ຫ້ອງຮັບຮອງພິເສດ ລ້າໆ 2 ຄັ້ງຕໍ່ປີ, ບັດດັ່ງກ່າວຍັງຊ່ວຍໃຫ້ການເດີນທາງສະດວກສະບາຍໂດຍບໍລິການສອບຖາມຂໍ້ມູນທ່ອງທ່ຽວ, ປຶກສາໃຫ້ຄໍາແນະ ນໍາ, ຊ່ວຍສັ່ງຈອງໂຮງແຮມ ແລະ ຊ່ວຍເຫຼືອເລື່ອງການປິ່ນປົວສຸຂະພາບນຳອີກ.
            ດ້ານຜູ້ອໍານວຍການລັດວິສາຫະກິດການບິນລາວ   ມີຄໍາເຫັນວ່າ: ການເຂົ້າຮ່ວມໂຄງການ ນໍາໃຊ້ບັດ Co-Brand ເຮັດໃຫ້ຫຼາຍຄົນທີ່ນໍາໃຊ້ບັດເຫັນໄດ້ ແລະ ຮູ້ຈັກກັບການບໍລິການຂອງການບິນລາວຫຼາຍຂຶ້ນ, ທັງໃຫ້ສິດທິພິເສດແກ່ຜູ້ໃຊ້ບັດຊື້ປີ້ເຮືອບິນ ແລະ ສາມາດຊື້ຕາມລະບົບອອນລາຍ, ນອກນີ້ຍັງເຂົ້ານໍາໃຊ້ຫ້ອງຮັບຮອງພິເສດຢູ່ສະໜາມບິນພາຍ ໃນ ແລະ ຕ່າງປະເທດ, ພ້ອມທັງເປັນບັດສະມາຊິກເພື່ອສະສົມຄະແນນ, ນໍາແລກສິດທິພິເສດ ອື່ນໆໃນການນໍາໃຊ້ການບໍລິການຂອງການບິນລາວ, ໂຄງການນີ້ເປັນສ່ວນໜຶ່ງໃນການກຽມຄວາມພ້ອມສູ່ AEC ຂອງລັດວິສາຫະກິດການບິນລາວ ເຊິ່ງເປັນການເຊື່ອມທຸລະກິດສາຍການບິນໃນອາຊຽນ ແລະ ຍັງເປັນການເຊື່ອມການຮ່ວມມືຂອງບັນດາສາຍການບິນທີ່ມີມາດຕະ ຖານດຽວເພື່ອຜົນປະໂຫຍດຂອງທຸກຝ່າຍ, ມາຮອດດຽວນີ້ການບິນລາວ ສາມາດມີລະບົບການຈ່ອງບ່ອນ-ຊື້ປີ້ເຮືອບິນທີ່ເຊື່ອມກັບລະບົບຈ່ອງບ່ອນບັນດາສາຍການບິນໃນໂລກ, ມີລະບົບບໍລິຫານອົງກອນໄດ້ມາດຕະຖານ ISO, ການບິນລາວຍັງເປັນສະມາຊິກ IATA ດ້ານການຊໍາລະສະສາງ, ມີລະບົບການຄຸ້ມຄອງຄວາມປອດໄພການບິນ ແລະ ກະກຽມຮັບການກວດສອບ IOSA ເພື່ອຮັບຮອງເປັນສາຍການບິນທີ່ໄດ້ມາດຕະຖານຄວາມປອດໄພສາກົນໃນທ້າຍເດືອນກັນຍາ 2015 ນີ້.


No comments:

Post a Comment