Ad

Ad

2 September 2015

ເສັ້ນທາງ 450 ປີບາງຈຸດເລີ່ມມີສະພາບຮົກເຮື້ອ

ດັ່ງທີ່ຮູ້ນຳກັນແລ້ວວ່າເສັ້ນທາງ 450 ປີ,​ ເປັນເສັ້ນທາງຍຸດທະສາດສຳຄັນໜຶ່ງທີ່ຖືກສ້າງຂຶ້ນໃນໂອກາດສະເຫຼີມສະຫຼອງນະຄອນຫຼວງວຽງຈັນ 450 ປີ ​​ແລະເປັນເສັ້ນທາງທີ່ມີຄວາມສວຍງາມ, ມີມາດຕະຖານໃນການກໍສ້າງດີ ແລະ ໃນຜ່ານມາເສັ້ນທາງດັ່ງກ່າວ ໄດ້ຮັບການເອົາໃຈໃສ່ໃນການບົວລະບັດເປັນຢ່າງດີ, ແຕ່ຕົກມາໄລຍະນີ້ເຫັນວ່າ:​ບາງຈຸດ ບໍ່ໄດ້ຮັບການບູລະນະຮັກສາ, ​ເກີດມີສະພາບ​​ເຮື້ອ,​ ເປິະເປື້ອນ ແລະ ຖ້າບົວ ໄດ້ຮັບ ການບົວລະອະນາໄມໂດຍໄວສະພາບຮົກເຮື້ອ,​ ເປິະເປື້ອນຍ້ອນຂາດຄວາມເອົາໃຈໃສ່ຈາກພາກສ່ວນກ່ຽວຂ້ອງ, ກໍຄືອຳນາດການປົກຄອງທີ່ຮັບຜິດຊອບທາງສາຍນີ້ແລ ຈົນເກີດມີການວິພາກວິຈານຈາກຜູ້ສັນຈອນໄປມາໃນເສັ້ນທາງດັ່ງກ່າວ​, ດັ່ງນັ້ນ ເພື່ອໃຫ້ເສັ້ນທາງສາຍນີ້ມີຄວາມສະອາດ, ສົມກັບເປັນເສັ້ນທາງປະຫວັດສາດ, ພາກສ່ວນກ່ຽວຂ້ອງ​​ຄວນມີສະຕິຕື່ນຕົວໃນການບົວລະບັດຮັກສາເປັນປະຈຳ, ທັງຮັບປະກັນ ສະອາດຂອງນະຄອນຫຼວງວຽງຈັນປາກົດຜົນເປັນຈິງ.


ເສັ້ນທາງ 450 ປີມີຄວາມຍາວ 20 ກວ່າກິໂລແມັດ, ​ແບ່ງເປັນ 2 ​ເລນຈະລະຈອນ, ມີຄູດອກໄມ້ກັ້ນກາງກວ້າງ 2 ແມັດກວ່າ, ມີໄຟເຍື່ອງທາງຈົນສຸດເສັ້ນທາງ, ພາຍຫຼັງສຳເລັດການກໍ່ສ້າງໃໝ່ພາກສ່ວນກ່ຽວຂ້ອງໄດ້ເລັ່ງປູກ ດອກໄມ້ປະດັບໂດຍສະເພາະດອກຈຳປາ, ທີ່ເປັນດອກໄມ້ປະຈຳຊາດ, ຢູ່ຄູກາງຈົນສຸດສາຍຕາ,​ ແຕ່ມາຮອດປັດຈຸບັນຄູກັ້ນກາງດັ່ງກ່າວເກີດມີສະພາບຮົກເຮື້ອຈົນຈະບໍ່ແນມເຫັນຄວາມສວຍງາມດັ່ງກ່າວອີກໄດ້.

No comments:

Post a Comment