Ad

Ad

1 September 2015

ມອບ-ຮັບໜ້າທີ່ເລຂາຄະນະພັກກະຊວງການຕ່າງປະເທດ

           ພິທີມອບ-ຮັບໜ້າທີ່ເລຂາຄະນະພັກກະຊວງການຕ່າງປະເທດລະຫວ່າງທ່ານ ທອງລຸນ ສີສຸລິດ ເລຂາຄະນະພັກກະຊວງການຕ່າງປະເທດຜູ້ເກົ່າ ແລະ ທ່ານ ສະເຫລີມໄຊ ກົມມະສິດ ເລຂາຄະນະພັກກະຊວງຜູ້ໃໝ່, ພ້ອມປະກາດທ່ານ ແສງເພັດ ຮຸ່ງບຸນຍວງ ຫົວໜ້າກົມຈັດຕັ້ງ-ພະນັກງານເປັນຮອງເລຂາຄະນະພັກກະຊວງ, ທ່ານ ທອງສະຫວັນ ພົມວິຫານ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ທ່ານນາງ ຄຳເພົາ ເອີນທະວັນ ຫົວໜ້າຫ້ອງການກະຊວງຂຶ້ນເປັນລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຜູ້ໃໝ່, ໄດ້ມີຂຶ້ນໃນຕອນບ່າຍວັນທີ 28 ສິງຫາຜ່ານມາ, ທີ່ກະຊວງດັ່ງກ່າວ, ເພື່ອປະຕິບັດຕາມມະຕິກົມການເມືອງສູນກາງພັກ ແລະ ລັດຖະດຳ ລັດຂອງປະທານປະເທດແຫ່ງ ສປປ ລາວ.

            ໃນໂອກາດນີ້, ທ່ານທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ຄັ້ງນີ້,
ໃຫ້ສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາດ້ານການເມືອງແນວຄິດຂອງພະນັກງານໃຫ້ເຂັ້ມແຂງໜັກແໜ້ນຫລາຍກວ່າເກົ່າ ເພື່ອຮັບປະ ກັນການເປັນເສນາທິການໃຫ້ຂັ້ນເທິງເພື່ອສືບຕໍ່ນຳເອົານະໂຍບາຍການຕ່າງປະເທດຂອງພັກ-ລັດໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກຜົນຕົວຈິງ, ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 12 ແລະ ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດທີ່ຈະໄຂຂຶ້ນໃນມໍ່ໆນີ້ໃຫ້ປາກົດຜົນເປັນຈິງ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ການເຊື່ອມໂຍງພາກພື້ນ ແລະ ສາກົນຂອງປະເທດເຮົາໃນໄລຍະໃໝ່ໃຫ້ມີຜົນສຳເລັດພົ້ນເດັ່ນຂຶ້ນ.

No comments:

Post a Comment