Ad

Ad

1 September 2015

ງານ​ມະຫາ​ກຳ​ສີມື​ຫັດຖະກຳ​ລາວ ຄັ້ງ​ທີ 14 ຈະມີ​ຂຶ້ນ​ໃນ​ທ້າຍ​ເດືອນຕຸລາ​ນີ້

          ​ໃນວັນທີ 28 ສິງຫານີ້, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ ນະຄອນ ຫລວງວຽງຈັນ, ທ່ານໄຊຊະນະ ສີສານ ປະທານສະມາຄົມຫັດຖະກຳລາວໄດ້ຖະແຫລງຂ່າວຕໍ່ສື່ມວນຊົນລາວກ່ຽວກັບການກະກຽມຈັດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 14 ​ຂຶ້ນໃນລະຫວ່າງວັນທີ 30 ຕຸລາ ຫາ ວັນທີ 3 ພະຈິກ 2015 ນີ້ຢູ່ສູນການຄ້າລາວ​-​ໄອເຕັກ ທີ່ນະຄອນຫລວງວຽງຈັນນີ້ວ່າ: ​​ປີນີ້ສະມາຄົມຫັດຖະກຳລາວຈະໄດ້ຈັດງານວາງສະແດງສິນຄ້າຫັດຖະກຳຂຶ້ນເພື່ອເປັນການປຸກລະດົມເອົາຊາວຊ່າງຫັດຖະກຳໃນ​​ທົ່ວປະເທດເຂົ້າຮ່ວມແລະ ສ້າງກິດຈະກຳຕ່າງໆທີ່ເປັນມູນມໍລະດົກ, ທາງດ້ານສິລະປະຫັດຖະກຳອັນເປັນເອກກະລັກຂອງຄົນລາວ ໃຫ້ຊາວໂລກໄດ້ຮັບຮູ້ເຖິງຮີດຄອງປະເພນີ ແລະ ວັດທະນະທຳຂອງຊາວລາວ​, ພ້ອມກັນນີ້ ຍັງເປັນການ​​ເປີດໂອກາດດ້ານການຕະຫລາດແບບກວ້າງຂວາງສາມາດສ້າງລາຍຮັບໃຫ້ຊາວຊ່າງຫັດຖະກຳ, ຊາວບ້ານແລະຊ່ວຍ
ເຫລືອເຂົາເຈົ້າໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກຕາມແນວທາງນະໂຍບາຍຂອງພັກແລະ ລັດຖະບານວາງອອກ ທັງເປັນການພັດທະນາແລະ ສົ່ງເສີມຜະລິດຕະພັນຫັດຖະກຳລາວໃຫ້ກາຍເປັນສິນຄ້າອອກສູ່ຕະຫລາດຕ່າງປະເທດນຳອີກ.

          ​ໃນງານຄັ້ງນີ້ ຈະປະກອບມີກິດຈະກຳຕ່າງໆເຊັ່ນ: ການວາງສະແດງ​-ຂາຍສິນຄ້າຫັດຖະກຳລາວໂດຍເນັ້ນໃສ່ເພື່ອສົ່ງເສີມແລະ ພັດທະນາ ສີໄມ້ລາຍມືຂອງຄົນລາວ, ​ເອກກະລັກລາວ, ຜະລິດຕະພັນຂອງຄົນລາວໃຫ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານແລະ ຄຸນນະພາ, ການແຂ່ງຂັນຜະລິດຕະພັນດີເດັ່ນໃນຫົວຂໍ້: ​ເຄື່ອງທີ່ລະນຶກລາວ ໃຫ້ສ່ອດຄ່ອງກັບຜະລິດຕະພັນຂອງຄົນລາວທີ່ແທ້ຈິງ; ການສາທິດການຜະລິດເປັນຕົ້ນ ຂະບວນການລ້ຽງມ້ອນສາວໄໝ, ຕ່ຳຫູກ, ​ເຂັມຝ້າຍ, ​ແສ່ວ, ການທັກປໍປຽດ, ຈັກສານ, ​ເຄື່ອງປັ້ນດິນເຜົາ, ​ແກະສະລັກ​​ໄມ້ແລະ ອື່ນໆ ພ້ອມນັ້ນ ກໍຈະມີ ການ​​ເດີນແບບເສື້ອຜ້າອາພອນຂອງລາວ ເຮົາໂດຍຈະເນັ້ນໃສ່ຊຸດປະຈຳຊາດຂອງບັນດາປະເທດສະມາຊິກອາຊຽນແລະແນະນຳດອກໄມ້ປະຈຳຊາດຂອງແຕ່ລະປະເທດ, ເດີນແບບເສື້ອຜ້າອາພອນແບບລາວໆ, ​ໂດຍຈະມີການເອ້ເຄື່ີອງປະດັບ, ຊຸດປະຍຸກທີ່ທັນສະໄໝ, ຊຸດຂອງຊົນເຜົ່າຕ່າງໆແລະ ກິດຈະກຳອື່ນໆອີກ ດັ່ງນັ້ນ ຈຶ່ງຂໍເຊີນຊວນທຸກທ່ານທີ່ສົນໃຈເຂົ້າຮ່ວມຊົມແລະ ຮ່ວມຊື້ຜະລິດຕະພັນຂອງລາວເຮົາໄດ້ນຳດ້ວຍ.

No comments:

Post a Comment