Ad

Ad

1 September 2015

ສົກຮຽນໃໝ່ 2015-2016 ​ໄຂຂຶ້ນມື້​ນີ້

           ໂຮງຮຽນສາມັນທັງພາກລັດ ແລະ ເອກະຊົນ ​ໃນ​ທົ່ວ​ປະ​ເທດ ໄດ້ໄຂສົກຮຽນໃໝ່ 2015-2016 ດ້ວຍ​ບັນຍາກາດ​ຟົດ​ຟື້ນ ໃນວັນທີ 1 ກັນຍານີ້ ຂະນະ​ທີ່, ທ່ານ​ຫົວຫນ້າ​ກົມ​ສາມັນ​ສຶກສາດຣ.ນາງ ສີສຸກ ວົງວິຈິດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດໄຂສົກຮຽນປີນີ້ ວ່າ: ປີ​ນີ້​ມີ​ນັກຮຽນ​ຫລາຍ​ຫມື່ນ​ຄົນ​ທົ່ວປະ​ເທດ​ໄດ້​ກຽມ​ຈິດ​ໃຈ​ຕັ້ງໜ້າ​ເຂົ້າສູ່​ການ​ຮຳ່ຮຽນ​ໃນ​ສົກຮຽນ​ນີ້ ​ແລະ ​ໄປ​ຄຽງ​ຄູ່​ກັບ​ຜົນ​ສໍາ​ເລັດ ​ແລະ ດ້ານ​ຕັ້ງໜ້າ​ຂອງ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ ​ດ້ວຍ​ຈິດ​ໃຈ​ບຸກທະລຸ​ເປັນ​ຕົ້ນ ການ​ບຸກທະລຸ​ທາງ​ດ້ານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໃນ​ການ​ຂະ ຫຍາຍ​ຕາໜ່າງການ​ສຶກສາ ​ໄປ​ສູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກ​ຫລີກ​, ​ການ​ຊັບຊ້ອນ​ຈັດ​ສັນ​ຄູ​ສອນ​ໃຫ້​ຄົບ​ຖ້ວນ​ຕາມ​ວິຊາ​ທີ່​ໄດ້​ບັນຈຸ​ຢູ່​ໃນ​ຫລັກສູດ​ໃຫ້​ພຽງພໍ​ ກັບ​ການ​ຂະຫຍາຍ​ໂຮງຮຽນ, ການ​ຮຽນ​ຂອງ​ນັກຮຽນ​ກໍ​ໃຫ້​ກະກຽມ​ຄວາມ​ພ້ອມ​ຢ່າງ​ໜັກ​ແໜ້ນ ​​ເພື່ອ​ເຮັດ​ໃຫ້​ແຜນການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ​​ ໄລຍະ II ​ໄດ້​ສໍາ​ເລັດ​ຜົນທີ່​ວາງ​ອອກ.

ດັ່ງນັ້ນ, ຈຶ່ງ​ຮຽກຮ້ອງ​ມາ​ຍັງຜູ້ບໍລິຫານໂຮງຮຽນທຸກແຫ່ງທັງພາກລັດ ແລະ ເອກະຊົນ, ພ້ອມດ້ວຍຄູ-ອາຈານ ຈົ່ງພ້ອມກັນຈັດຕັ້ງການຮຽນ-ການສອນຕາມ 3 ລັກສະນະ ແລະ 5 ຫລັກມູນການສຶກສາໃຫ້ມີປະ ສິດທິພາບ ແລະ ເປັນຮູບປະທໍາ, ເອົາໃຈໃສ່ສຶກສາແນວຄິດຄຸນສົມບັດໃຫ້ນັກຮຽນ ໂດຍສົມທົບກັບຜູ້ປົກຄອງຂອງນັກຮຽນ, ສະກັດກັ້ນທຸກປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນກັບຄູ ແລະ ນັກຮຽນ, ຍູ້ແຮງຂະບວນການສອນດີ-ຮຽນເກັ່ງ ໃຫ້ເປັນຂະບວນຟົດຟື້ນ. ສໍາລັບນ້ອງນັກຮຽນໃຫ້ເອົາໃຈໃສ່ສຶກສາຮໍ່າຮຽນໃຫ້ເກັ່ງ, ຝຶກຝົນຕົນເອງໃຫ້ເປັນນັກຮຽນດີມີຄຸນສົມບັດ, ນັບຖືການຈັດຕັ້ງ ແລະ ປະຕິບັດກົດລະບຽບຂອງໂຮງຮຽນ ແລະ ກົດລະບຽບຂອງນັກຮຽນຢ່າງເຄັ່ງຄັດ, ສໍາລັບພໍ່ແມ່ຜູ້ປົກຄອງ ນັກຮຽນກໍຮຽກຮ້ອງໃຫ້ເອົາ ໃຈໃສ່ສຶກສາອົບຮົມລູກຫລານໃຫ້ເປັນຄົນດີ, ເອົາໃຈໃສ່ຊ່ວຍເຫລືອ ແລະ ຕິດຕາມການຮຽນຂອງລູກຫລານເວລາຢູ່ເຮືອນ, ຕິດຕໍ່ພົວພັນກັບໂຮງຮຽນສະໝໍ່າສະເໜີ ເພື່ອພ້ອມກັນສຶກສາອົບຮົມລູກຫລານໃຫ້ເປັນພົນລະເມືອງດີຂອງປະເທດຊາດ.

ສໍາລັບສົກຮຽນ 2015-2016 ກະຊວງສຶກສາທິການ ແລະ ກິລາ ໄດ້ກໍານົດໃນມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດປະຈໍາປີ 2015 ທີ່ນະຄອນຫລວງວຽງຈັນວ່າ: ​ໂດຍເລັ່ງເອົາ ໃຈໃສ່ຂະຫຍາຍການສຶກສາກ່ອນໄວຮຽນໃຫ້ກວ້າງຂວາງ, ໂດຍສະເພາະ ແມ່ນຂະຫຍາຍໂຮງຮຽນອະນຸ ບານ ແລະ ສ້າງຫ້ອງກຽມຢູ່ໂຮງຮຽນປະຖົມສຶກສາ, ປັບປຸງ ແລະ ຍົກສູງຄຸນນະພາບການສຶກສາທຸກລະ ດັບໃຫ້ບັນລຸມາດຕະຖານຂອງພາກພື້ນ ແລະ ອາຊຽນ, ຮັບປະກັນໃຫ້ສະຖານການສຶກສາທຸກລະດັບໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ພາສາອັງກິດ ໂດຍສະເພາະຢູ່ໂຮງຮຽນສາມັນ ສຶກສາໃຫ້ເອົາພາສາອັງກິດເປັນວິຊາບັງຄັບ, ໂດຍເລີ່ມແຕ່ຊັ້ນປະຖົມສຶກສາປີທີ 3 (ປ.3) ແລະ ອື່ນໆ; ຄົ້ນຄວ້າ​ປັບປຸງ​ນະ​ໂຍບາຍ ​ແລະ ​ແຜນ​ນໍາ​ໃຊ້​ຄູ​ສຶກສາ​ນິ​ເທ​ດ ​ໃຫ້​ຖືກ​ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ແຕ່ລະ​ເມືອງ​ ໂດຍ​ເລັ່ງ​ໃສ່​ເມືອງ​ເປົ້າ​ໝາຍ​ທີ່​ມີ​ອັດຕາ​ປະລະ​ສູງ; ສໍາ​ຫລວດ​ຄວາມ​ພ້ອມ​ຂອງ​ໂຮງຮຽນ​ປະຖົມ​ສຶກສາ​ທົ່ວ​ປະ​ເທດ ​ເພື່ອ​ເປັນ​ຂໍ້​ມູນ​ໃຫ້ການ​ປະຕິບັດ ​ການ​ສອນ​ພາສາ​ອັງກິດ​ເປັນ​ວິຊາ​ບັງຄັບ​ຢູ່​ຊັ້ນ ປ.3; ຈັດ​ຕັ້ງ​ຝຶກ​ອົບຮົມ​ຫລັກສູດ​ວິຊາ​ຊີບ​ລະດັບ 1 ​ແລະ ລະດັບ 2 ​ໃຫ້​ແກ່​ນັກຮຽນ ​ທີ່​ປະລະ​ການ​ຮຽນ​ຊັ້ນ​ມັດທະຍົມ​ໃຫ້​ໄດ້​ຫລາຍ​ໂດຍ​ຊຸກ ຍູ້ ​ແລະ ສົ່ງ​ເສີມ​ເພດ​ຍິງ ​ແລະ ກຸ່ມ​ເປົ້າ​ໝາຍ​ຜູ້​ດ້ອຍ​ໂອກາດ​ທີ່​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ.  

No comments:

Post a Comment