Ad

Ad

2 November 2015

ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການປະທານປະເທດ

ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດຜູ້ເກົ່າ ແລະ ທ່ານ ຄໍາເມິງ ພົງທະດີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດຜູ້ໃໝ່, ໄດ້ມີຂຶ້ນໃນວັນທີ 30 ຕຸລາ 2015 ນີ້, ທີ່ຫ້ອງວ່າການປະທານປະເທດ(ຫໍຄໍາ), ໂດຍມີທ່ານ ບຸນຍັງ ວໍລະຈິດ ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຫ້ອງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມວ່າ: ການມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການປະທານປະເທດຄັ້ງນີ້ແມ່ນມີຄວາມສໍາຄັນເປັນຢ່າງຍິ່ງທີ່ລັດຖະມົນຕີຜູ້ໃໝ່ຈະໄດ້ສືບຕໍ່ນໍາພາຜັນຂະຫຍາຍເນື້ອໃນຈິດ ໃຈ ແລະ ແນວທາງນະໂຍບາຍຂອງພັກ-ລັດໃຫ້ປະກົດຜົນເປັນຈິງ, ສ້າງພະນັກງານການນໍາຜູ້ທີ່ມີຄວາມຮູ້, ຄວາມສາມາດເຂົ້າໃນພາລະກິດຂອງຊາດ ແລະ ການໝູນວຽກຊັບຊ້ອນໜ້າທີ່ດັ່ງກ່າວແມ່ນເປັນເລື່ອງປົກກະຕິ, ທັງເປັນກົດເກນແລະທັງແມ່ນ
ຫລັກການຂອງພັກເຮົາທີ່ເຄີຍປະຕິບັດກັນມາ. ພ້ອມກັນນີ້, ທ່ານລັດຖະມົນຕີຜູ້ໃໝ່ກໍຕ້ອງໄດ້ເອົາໃຈໃສ່ນໍາພາເຕົ້າໂຮມຄວາມສາມັກຄີໃນໝູ່ຄະນະ ແລະ ພະນັກງານ-ລັດຖະກອນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ສຶກສາອົບຮົມໃຫ້ເຂົາເຈົ້າມີທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ມີສະຕິເຄົາລົບລະບຽບ-ກົດໝາຍ, ມີສະຕິຕໍ່ການຈັດຕັ້ງ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດ.

No comments:

Post a Comment