Ad

Ad

2 November 2015

ລັດຖະມົນຕີ​ ຖວທ ແນະນຳ​ສື່ເພີ່ມ​ທະວີ​ໂຄສະນາວັນຊາດ​ທີ 2 ທັນວາ​ໃຫ້​ຟົດຟື້ນ

     ​       ໃນຕອນເຊົ້າວັນທີ 30 ຕຸລາ​​ແລ້ວນີ້, ຢູ່ສຳນັກງານສະຖານີວິທະຍຸກະຈາຍສຽງ, ທ່ານສຈ. ດຣ. ບໍ່ແສງຄຳວົງດາລາກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ (ຖວທ) ​ໄດ້ໃຫ້ກຽດພົບປະໂອ້ລົມບັນດາຄະນະອຳນວຍການ, ບັນນາທິການຖັນແຖວສື່ມວນຊົນລາວທັງພາກລັດແລະເອກະຊົນເພື່ອແນະນຳໃຫ້ບັນດາສື່ເຫລົ່ານັ້ນເພີ່ມທະວີໂຄສະນາໃຫ້ແກ່ຂະບວນການສ້າງຜົນງານຄຳນັບຮັບຕ້ອນວັນສະຖາ ປະນາ ສປປ ລາວ ຄົບຮອບ 40 ປີໃຫ້ມີບັນຍາກາດຟົດຟື້ນຍິ່ງຂຶ້ນ.
ທ່ານລັດຖະມົນຕີຊີ້ໃຫ້ເຫັນວ່າ: ​ໃນໄລຍະຜ່ານມາເຖິງວ່າກຳລັງສື່ພວກເຮົາໄດ້ມີຄວາມພະຍາຍາມສູງໃນການສຸມໃສ່ໂຄສະນາຜົນສຳເລັດຕ່າງໆແຫ່ງການສ້າງສາພັດທະນາປະເທດຊາດຕະຫລອດໄລຍະ 40 ປີຜ່ານມາອັນໄດ້ຍົກໃຫ້ເຫັນບັນດາໄຊຊະນະແລະ ຜົນງານຕ່າງໆຂອງແຕ່ລະຂະແໜງການຍາດມາໄດ້, ພ້ອມທັງຍົກໃຫ້ເຫັນບາງບັນຫາຈຸດອ່ອນຄົງຄ້າງຂອງແຕ່ລະຂົງເຂດວຽກງານທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂເພື່ອພັດທະນາຕົນເອງໃຫ້ກ້າວໜ້າຂະຫຍາຍຕົວດີຂຶ້ນ, ​ແຕ່
ຄຽງຄູ່ກັນນັ້ນບັນດາຖັນແຖວສື່ມວນຊົນເຮົາບໍ່ວ່າຈະເປັນສື່ສິ່ງພິມ, ສື່ເອເລັກໂຕຣນິກ, ຂ່າວສານແລະວາລະສານຕ່າງໆຈະຕ້ອງໄດ້ເພີ່ມທະວີຍົກສູງພາລະບົດບາດຂອງຕົນໃນການເຮັດວຽກໂຄສະນາເຜີຍແຜ່ແນວທາງນະໂຍບຍຂອງພັກ, ລະບຽບກົດໝາຍຂອງລັດລົງສູ່ປະຊາຊົນໃຫ້ກວ້າງຂວາງທົ່ວເຖິງ. ພ້ອມນັ້ນກໍຕ້ອງນຳສະເໜີໃຫ້ໄດ້ບັນດາຜົນງານແລະ ຜົນສຳເລັດຕ່າງໆທີ່ຂະແໜງການແລະ ປະຊາຊົນທ້ອງຖິ່ນຕ່າງໆຍາດມາໄດ້ໃນຂະບວນວິວັດແຫ່ງການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດຕະຫລອດໄລຍະ 40 ປີຜ່ານມາອັນເປັນໄລຍະທີ່ປະເທດລາວເຮົາໄດ້ຮັບການພັດທະນາດີຂຶ້ນກວ່າເວລາໃດໝົດ.

ທ່ານລັດຖະມົນຕີແນະນຳວ່າ: ​ແຕ່ລະສື່ຕ້ອງເປັນເຈົ້າການເຮັດວຽກງານຕາມພາລະບົດບາດຂອງຕົນໃຫ້ຫລາຍຂຶ້ນດ້ວຍການເປີດຄໍລຳແລະ ລາຍການຕ່າງໆ, ພ້ອມທັງການສຳພາດຊັ້ນຄົນແລະ ບຸກຄົນສຳຄັນຕ່າງໆແຕ່ລະຂະແໜງການ, ​ແຕ່ລະຂົງເຂດວຽກງານໃຫ້ຕິດພັນກັບຂະບວນການ 3 ສ້າງແລະ ປຸກລະດົມຂະບວນການແຂ່ງຂັນຮັກຊາດແລະ ພັດທະນາໃຫ້ມີຜົນສຳເລັດແລະເປັນຮູບປະທຳຫລາຍຂຶ້ນ, ​ໄປຄຽງຄູ່ກັບການສ່ອງແສງປາກົດການຫຍໍ້ທໍ້ຕ່າງໆເພື່ອປັບປຸງແກ້ໄຂຄືສະພາບອຸປະຕິເຫດ, ຂີ້ລັກງັດແງະ, ການເຊື່ອຖືງົມງວາຍ, ບັນຫາຢາເສບຕິດແລະ ອື່ນໆເພື່ອມີວິທີສະກັດກັ້ນແລະແກ້ໄຂໃຫ້ທັນການ. ​ແຕ່ຢາກໄດ້ແນວນັ້ນກຳລັງສື່ພວກເຮົາກໍຕ້ອງໄດ້ພັດທະນາຕົນເອງໃຫ້ມີຄຸນນະພາ, ສ່ອງແສງເຫດການໄດ້ຢ່າງຖືກຕ້ອງ, ວ່ອງໄວທັນເຫດການເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ອ່ານ, ຜູ້ເບິ່ງ, ຜູ້ຟັງກໍຄືສັງຄົມນັບມື້ດີຂຶ້ນໂດຍສະເພາະການນຳໃຊ້ສັບພາສາຄຳເວົ້າກໍຕ້ອງ​​ໃຫ້ຖືກຕາມຫລັກໄວຍາກອນ, ຖ້າເຮັດໄດ້ແນວນີ້ຈຶ່ງຈະສົມກັບເປັນກະບອກສຽງອັນແຫລມຄົມຂອງພັກແລະ ລັດຖະບານເຮົາ.

No comments:

Post a Comment