ວັນທີ
4 ເມສາ ເປັນວັນສາກົນແຫ່ງການປູກຈິດສຳນຶກກ່ຽວກັບລະເບີດຝັງດິນ ແລະ ການຊ່ວຍເຫລືອເພື່ອແກ້ໄຂບັນຫາລະເບີດຝັງດິນ ທີ່ຖືກປະກາດໂດຍອົງການສະຫະປະຊາຊາດ ໃນປີ
2005, ຊຶ່ງມີເປົ້າໝາຍປູກຈິດສຳນຶກກ່ຽວກັບອັນຕະລາຍຂອງລະເບີດບໍ່ທັນແຕກ ແລະ ລະເບີດຝັງດິນ ແລະ ລະດົມທຶນເຂົ້າໃນການແກ້ໄຂບັນດາດັ່ງກ່າວໃນທົ່ວໂລກ ໂດຍສະເພາະປະເທດທີ່ໄດ້ຮັບຜົນກະທົບ.
ໃນປີ
2016 ພວກເຮົາຈະສະເຫລີມສະຫລອງວັນມີຜົນໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ
6 ປີ,
ເຊິ່ງເປັນສົນທິສັນຍາທີ່ຫ້າມການນຳໃຊ້ ແລະ ການເກັບຮັກສາເສດລະເບີດຈາກສົງຄາມ. ສປປ ລາວ ໄດ້ເປັນເຈົ້າພາບກອງປະຊຸມຄັ້ງປະຖົມມະເລີກບັນດາລັດພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໃນປີ
2010, ຊຶ່ງຈົບລົງດ້ວຍການລົງນາມໃນແຜນປະຕິບັດ
ງານວຽງຈັນ. ແຜນປະຕິບັດງານນີ້ໄດ້ສິ້ນສຸດລົງໃນປີ
2015 ແລະ ສືບຕໍ່ດ້ວຍແຜນປະຕິບັດງານ Dubrovnik ຊຶ່ງໄດ້ລະບຸແຜນກິດຈະກຳ ແລະ ໄລຍະເວລາເພື່ອວັດແທກຄວາມຄືບໜ້າໃນການທຳລາຍລະເບີດລູກຫວ່ານ ແລະ ປ້ອງກັນການນຳໃຊ້ໃນອະນາຄົດ.
ສປປ
ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດໃນໂລກ ຈາກການຖິ້ມລະເບີດຢ່າງໜັກໜ່ວງໃນປາງສົງຄາມອິນດູຈີນ, ລະເບີດບໍ່ທັນແຕກຈຳນວນຫລວງຫລາຍ ໄດ້ສືບຕໍ່ສ້າງຄວາມເສຍຫາຍທາງດ້ານຮ່າງກາຍ ແລະ ຊີວິດຂອງປະຊາຊົນ, ໄດ້ເປັນອຸປະສັກຕໍ່ກັບການນຳໃຊ້ທີ່ດິນເພື່ອການຜະລິດກະສິກຳ ແລະ ການພັດທະນາ, ພື້ນທີ່ທີ່ໄດ້ຮັບກະທົບຮ້າຍແຮງທີ່ສຸດໃນລາວແມ່ນເຂດຫ່າງໄກສອກຫລີກ ແລະ ຊຸມຊົນທຸກຍາກ.
ມາຮອດປັດຈຸບັນ ຈຳນວນຜູ້ບາດເຈັບ ແລະ ເສຍຊີວິດແມ່ນຕ່ຳກວ່າ 50 ກໍລະນີຕໍ່ປີ,
ຊຶ່ງທຽບໃສ່ເມື່ອກ່ອນປີ 2008 ແມ່ນມີເຖິງ 300 ກໍລະນີ, ຕົວເລກນີ້ບໍ່ໄດ້ກວມເອົາຜົນກະທົບຕໍ່ກັບຄອບຄົວ ແລະ ລູກຫລານ.
ສປປ
ລາວ ໄດ້ຂະຫຍາຍການຮ່ວມມືກັບຫລາຍປະເທດໃນຂົງເຂດ ແລະ ບັນດາປະເທດເພື່ອນບ້ານໃນ
ASEAN ເຊັ່ນ: ປະເທດໄທ, ກຳປູເຈຍ, ຫວຽດນາມ, ຈີນ ແລະ ຍີ່ປຸ່ນ.
ການຮ່ວມມືດັ່ງກ່າວແມ່ນກວມເອົາຫລາຍດ້ານເຊັ່ນ: ການຝຶກອົບຮົມ, ການແລກປ່ຽນຄວາມຮູ້, ການສະໜອງພາຫະນະ ແລະ ອຸປະກອນຂະໜາດໃຫຍ່ ແລະ ການສະໜັບສະໜູນທາງດ້ານການເງິນ.
ລະເບີດບໍ່ທັນແຕກຈຳນວນຫລວງຫລາຍໄດ້ຖືກເກັບກູ້ອອກຈາກພື້ນທີ່ຂະໜາດໃຫຍ່, ຊຶ່ງເຮັດໃຫ້ການນຳໃຊ້ມີຄວາມປອດໄພ ສຳລັບການຜະລິດກະສິກຳ ແລະ ການພັດທະນາ. ລະເບີດບໍ່ທັນແຕກຫລາຍກວ່າ 1,5 ລ້ານໜ່ວຍໄດ້ຖືກທຳລາຍ. ຄວາມພະຍາຍາມທັງໝົດ ທີ່ນຳພາໂດຍລັດຖະບານແຫ່ງ ສປປ ລາວ
ນັ້ນແມ່ນມີປະສິດທິພາບ-ປະສິດທິຜົນເພີ່ມຂຶ້ນ, ແຕ່ເຖິງຢ່າງໃດກໍຕາມ ການແກ້ໄຂບັນຫາດັ່ງກ່າວໃນ
ສປປ ລາວ
ຍັງຖືເປັນສິ່ງທີ່ໜັກໜ່ວງ ແລະ ສປປ
ລາວ ກໍໄດ້ປະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານທີ່ເກີດຈາກຜົນກະທົບຂອງເສດລະເບີດໃນປາງສົງຄາມ. ສປປ ລາວ
ເປັນປະເທດໜຶ່ງໃນຫລາຍປະເທດທີ່ຕ້ອງການການສະໜັບສະໜູນຈາກສາກົນ ເພື່ຶອແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ເລັ່ງລັດການແກ້ໄຂບັນຫາລະເບີດຝັງດິນ/ລະເບີບໍ່ທັນແຕກ. ເນື່ອງຈາການໃຫ້ທຶນແມ່ນຫລຸດລົງໃນທົ່ວໂລກ.
ລັດຖະບານ
ແລະ ອົງການສະຫະປະຊາຊາດ ຈະສືບຕໍ່ການຮ່ວມມືໃນຂະແໜງການລະເບີດບໍ່ທັນແຕກ ເພື່ອແກ້ໄຂບັນດາສິ່ງທ້າທາຍເຫລົ່ານີ້ ໃນໂຄງການໃໝ່ທີ່ຈະເລີ່ມ ຂຶ້ນໃນປີ
2017 ນີ້ຖືວ່າເປັນສິ່ງສຳຄັນ ໂດຍສະເພາະໃນດ້ານການຈັດຕັ້ງປະຕິບັດເປົ້າໝາຍພັດທະນາໃໝ່ຂອງສາກົນ-ເປົ້າໝາຍການພັດທະນາແບບຍືນຍົງ. ເປົ້າໝາຍເຫລົ່ານີ້ແມ່ນສືບຕໍ່ບັນດາເປົ້າໝາຍສະຫັດສະວັດ ເພື່ອການພັດທະນາທີ່ຍັງບໍ່ທັນສຳເລັດ ແລະ ປະເທດຕ່າງໆໃນທົ່ວໂລກກໍມີຄວາມເຂົ້າໃຈວ່າຕ້ອງໄດ້ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຮ່ວມກັນ, ໂດຍບໍ່ຈຳແນກລະດັບການພັດທະນາ ແລະ ຄວາມອຸດົມຮັ່ງມີ.
No comments:
Post a Comment