Ad

Ad

27 May 2016

ຄະນະ​ຜູ້​ແທນ​ລາວ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ເສດຖະກິດຄັ້ງ​ທີ 9

          ວັນທີ 26 ພຶດສະພານີ້ ທ່ານນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ຈາກບັນດາກະຊວງຕ່າງໆ ຂອງ ສປປ ລາວ ໂດຍປະກອບມີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ແຂວງ ຫລວງພະບາງ ແລະ ກົງສຸນໃຫຍ່ລາວ ທີ່ ໜານໜິງ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືເສດຖະກິດ ອ່າວ ພານ-ເປີຍປູ ຄັ້ງທີ 9 ທີ່ ແຂວງ ກວາງຊີ, ນະຄອນ ໜານໜິງ, ສປ ຈີນ.
ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈາກການນຳຂັ້ນສູງຂອງ ແຂວງ ກວາງຊີ, ຄະນະປະຈຳພັກແຂວງ, ສະມາຊິກອາຊຽນ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດຂອງຈີນ ເຂົ້າຮ່ວມຫລາຍກ່ວາ
400 ຄົນ. ກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ປຶກສາຫາລື ຊອກຫາຊ່ອງທາງສົ່ງເສີມການຮ່ວມມື ແລະ ພັດທະນາ ອາວ ພານ-ເປີຍປູ ຕາມແລວເສັ້ນທາງສາຍໄໝ ພາຍໃຕ້ຫົວຂໍ້ “Joining Hands in Pan-beibu Gulf Cooperation and building the Belt and Road together”. ການຮ່ວມມືເສດຖະກິດ ອ່າວ ພານ-ເປີຍປູ ແມ່ນການຮ່ວມມື ລະ ດັບພາກພື້ນ ອາຊຽນ-ຈີນ ໂດຍມີເປົ້າໝາຍ ໃນການສ້າງຄວາມເຂັ້ມແຂງ ຕາມເສັ້ນທາງການຮ່ວມມືເສດຖະກິດທາງທະເລ ແລະ ເສັ້ນທາງເຊື່ອມຕໍ່ ອາຊຽນ-ຈີນ.
          ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານຫົວໜ້າຄະນະຜູ້ແທນລາວ ໄດ້ຂຶ້ນກ່າວມີຄຳເຫັນຕໍ່ກອງປະຊຸມໃນຖານະປະທານອາຊຽນ ປີ 2016 ໂດຍເນັ້ນໃສ່ການແລກປ່ຽຄຳຄິດຄໍາເຫັນ ໃນການຜັນຂະຫຍາຍບັນດາບຸລິ ມະສິດ ນະໂຍບາຍການພັດທະນາ ການເຊື່ອມໂຍງ ຂອງ ສປປ ລາວ ແລະ ນະໂຍບາຍຫັນປະເທດ ທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມຈອດທາງບົກ ກັບບັນດາປະເທດອ້ອມຂ້າງ ແລະ ບັນດາປະເທດໃນພາກພື້ນ ແລະ ສາກົນ.
          ໃນໂອກາດດຽວກັນ,​ ທ່ານຫົວໜ້າຄະນະຜູ້ແທນ ແລະ ຄະນະຂອງສປປ ລາວ ໄດ້ຮ່ວມກັບບັນດາການນຳຂອງອາຊຽນ ຍັງໄດ້ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງ ຂອງ ແຂວງ ກວາງຊີ ສປ ຈີນ.

          ກອງປະຊຸມການຮ່ວມມືດ້ານເສດຖະກິດ ອ່າວ ພານ-ເປີຍປູ ແມ່ນເວທີກອງປະຊຸມສາກົນ ແນໃສ່ການສ້າງຂອບການຮ່ວມມືອາຊຽນ-ຈີນ ຊຶ່ງໄດ້ຈັດຂຶ້ນເລີ່ມແຕ່ ປີ 2006 ເຊິ່ງມາເຖິງປະຈຸບັນ ໄດ້ຈັດຂຶ້ນແລ້ວ 8 ຄັ້ງ. ການຮ່ວມມືເສດຖະກິດ ອ່າວ ພານ-ເປີຍປູ ແລະ ແຜນວຽກສຳລັບການຮ່ວມມືດັ່ງກ່າວ ແມ່ນໄດ້ຮັບການເຫັນດີ ແລະ ສະໜັບສະໜູນຈາກລັດຖະບານ ສປ ຈີນ ແລະ ໄດ້ຮັບໝາກຜົນເປັນຢ່າງດີຕະຫລອດມາ. 

No comments:

Post a Comment