Ad

Ad

27 May 2016

ຄ່າ​ຝາກ​ລົດ​ແພງ​ຫລາຍ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ກວດກາ​ຄືນ

 ຜູ້ໃຊ້ລົດໃຊ້ຖະໜົນຫລາຍຄົນຕ່າງກໍສະແດງຄວາມຄິດເຫັນກັນວ່າ: ຄ່າຝາກລົດແພງຫລາຍເຂົ້າຝາກ​​ແປັບດຽວກໍ 4.000-5.000 ກີບແພງກວ່າຂາຍໜັງສືພິມສະບັບໜຶ່ງທີ່ເຮັດກັນມາເປັນມື້ສອງມື້ໂດຍສະເພາະຢູ່ສະຖານທີ່ຝາກລົດຫລາຍແຫ່ງໃນເຂດອ້ອມແອ້ມຕະຫລາດເຊົ້າ ນະຄອນຫຼວງວຽງຈັນ ອັນໄດ້ສ້າງຄວາມລຳບາກໃຫ້ຜູ້ມາໃຊ້ບໍລິການແລະ ຍັງສ້າງຄວາມສັບສົນໃຫ້ແກ່ການສັນຈອນໄປມາໃນເຂດເສັ້ນທາງບໍລິເວນດັ່ງກ່າວແລະ ມີຫລາຍຄົນກໍມັກຕັ້ງຄຳຖາມຂຶ້ນມາວ່າ: ບໍ່ຮູ້ວ່າແມ່ນພາກສ່ວນໃດເປັນຜູ້ປະຕິບັດການຂຶ້ນລາຄາຝາກລົດດັ່ງກ່າວແລະ ກໍບໍ່ຮູ້ວ່າຮ່ວງເງິນນີ້ເຂົ້າຖົງໃຜ, ພຽງແຕ່ຮູ້ວ່ານັ້ນເປັນເຂດຝາກລົດທີ່ອົງການບໍລິຫານແລະ ພັດທະນາຕົວເມືອງວຽງຈັນ (ອພບ) ຄຸ້ມຄອງແລະ ກໍມີ
ຫລາຍຫາງສຽງຈົ່ມວ່າ: ສົມຄວນບໍ່ ທີ່ອົງການດັ່ງກ່າວໄດ້ຈັດສັນເອົາຫລາຍບ່ອນໃນແຄມທາງຫລວງຂອງຕົວເມືອງວຽງຈັນທີ່ຄັບແຄບສັບສົນຢູ່ແລ້ວມາເຮັດເປັນບ່ອນ​​ຝາກຈອດລົດໃສ່ຕື່ມ ດັ່ງບ່ອນຈອດລົດແຄມທາງຝາກຕະຫລາດຂົວດິນແລະ ໜ້າກະຊວງປ້ອງກັນຄວາມສະຫງົບແລະ ຫລາຍແຫ່ງອື່ນໆ ຄືຢູ່ບໍລິເວນຕໍ່ໜ້າຮ້ານອາຫານນ້ຳພຸຍິ່ງຮ້າຍແຮງ ສົ່ງຜົນໃຫ້ການສັນຈອນໄປມາຂອງເສັ້ນທາງເສດຖາທິລາດນັບແຕ່ຮ້ານອາຫານຂອບໃຈເດີ້ໄປຈົນຮອດ 4 ​ແຍກສຳນັກງານປະທານປະເທດມື້ໃດກໍມີສະພາບລົດແອອັດເປັນປະຈຳແລະ ການຮັບຝາກລົດແບບນີ້ຫລາຍບ່ອນກໍບໍ່ມີຕົນໂຕເຊິ່ງຄຳຕອບຕິດປາກຂອງຜູ້ປະກອບການດັ່ງກ່າວກໍພຽງອ້າງວ່າ: ຂຶ້ນກັບເມືອງສັ່ງ ຫລືວ່າເຂດນີ້ເປັນເຂດສຳປະທານຮັບເໝົາຂອງເຂົາເຈົ້າ, ຖ້າຈະຈອດລົດຕ້ອງໄດ້ຈ່າຍເງິນໂດຍບໍ່ມີຂໍ້ຍົກເວັ້ນໃດໆ, ຖ້າບໍ່ຈ່າຍເງິນກໍຕ້ອງໄປຈອດບ່ອນອື່ນແລະໃນປີ້ຝາກລົດກໍຂຽນໄວ້ຢ່າງບໍ່ມີຄວາມຮັບຜິດຊອບວ່າ: ຈອດໄດ້ພຽງ 3 ຊົ່ວໂມງເທົ່ານັ້ນຖ້າກາຍກໍຕ້ອງໄດ້ເສຍຄ່າຝາກຕື່ມແລະ ຈະບໍ່ຮັບຜິດຊອບໃດໆຕໍ່ການເສຍຫາຍຂອງລົດ, ພຽງບໍລິການສະຖານທີ່ຈອດລົດເທົ່ານັ້ນ. ​ເບິ່ງແນວໜຶ່ງກໍຄືຊຽງໝ້ຽງ​​ແລ້ວ ຜູ້ອັບປະໂຫຍດກໍແມ່ນຜູ້ໃຊ້ບໍລິການ (ປະຊາຊົນ), ​ໃນຂະນະທີ່ບ່ອນນັ້ນແມ່ນທາງຫລວງ. ກໍໝາຍວ່າເປັນຂອງສາທາລະນະ​ ​ໂດຍລັດເປັນຜູ້ຄຸ້ມຄອງແລະ ຖ້າຈະໃຫ້ມີການບໍລິການບ່ອນຈອດລົດຢ່າງແທ້ຈິງກໍຕ້ອງແມ່ນເບື້ອງລັດເປັນຜູ້ອະນຸຍາດແລະ ຄຸ້ມຄອງ, ນັບທັງເລື່ອງລາຄາຄ່າຝາກໄປເຖິງການຄຸ້ມຄອງ​​ລາຍຮັບ​ - ລາຍຈ່າຍດັ່ງກ່າວໃຫ້ຈະແຈ້ງໂປ່ໃສ, ຖ້າບໍລິການແນວນີ້ຈຶ່ງຈະແມ່ນການບໍລິການເພື່ອປະຊາຊົນຢ່າງແທ້ຈິງແລະ ບໍ່ຄວນເຮັດຄືດັ່ງປັດຈຸບັນແລ້ວແຕ່ຜູ້ຈະເຮັດແລ້ວແຕ່ຜູ້ຈະກຳນົດລາຄາຄ່າຝາກແນວໃດກໍໄດ້ເຊັ່ນ: ບາງຈຸດ 8 ພັນກີບ, ບາງຈຸດ 10 ພັນກີບ. ຂະນະທີ່ຜ່ານມາມີລາຄາພຽງ 5-8 ພັນກີບຕໍ່ຄັນເທົ່ານັ້ນ, ​ແຕ່ໃນຂະນະດຽວກັນ ກໍຂໍຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງໃຫ້ການຮ່ວມມື, ມີສະຕິປະຕິບັດລະບຽບຈະລາຈອນໃຫ້ດີ, ບໍ່ຄວນຈອດລົດຊະຊາຍຕາມແຄມຖະໜົນ ອັນເປັນສິ່ງກີດຂວາງແລະ ສ້າງຄວາມແອອັດໃຫ້ແກ່ການສັນຈອນໄປມາເພາະຍັງອີກບໍ່ດົນ ລາວເຮົາກໍຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນເຊິ່ງຈະມີແຂກບ້ານ, ​ແຂກເມືອງລະດັບຜູ້ໃຫຍ່ໄມ້ໂຕມາຮ່ວມແລະ ຢ້ຽມຢາມປະເທດເຮົາ. ດັ່ງນັ້ນ ຕ້ອງຮ່ວມກັນສ້າງນະຄອນຫລວງວຽງຈັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພເປັນສິ່ງເອກອ້າງແລະໃຫ້ເພິ່ນຍົກຍ້ອງ.

No comments:

Post a Comment