Ad

Ad

31 August 2016

ຫລາຍໂຮງຮຽນຈະຢຸດການຮຽນຊົ່ວຄາວໃນໄລຍະກອງປະຊຸມສຸດຍອດອາຊຽນ

            ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ໃນໄລຍະການດຳເນີນກອງປະຊຸມສຸດຍອດອາ ຊຽນຄັ້ງທີ 28 ແລະ 29 ທີ່ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້ແມ່ນກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸຍາດໃຫ້ສະຖາບັນການສຶກສາທຸກລະດັບທັງພາກລັດ ແລະ ເອກກະຊົນ ທີ່ຕັ້ງຢູ່ຕາມເສັ້ນທາງດັ່ງນີ້: ເຂດເມືອງສີໂຄດຕະບອງນັບແຕ່ສະໜາມບິນສາກົນວັດໄຕ-ເສດຖາທິລາດ-ອາຊຽນ-ແຄມຂອງ, ເຂດເມືອງຈັນທະບູລີແມ່ນທຸກເສັ້ນທາງທີ່ມີໂຮງຮຽນຕັ້ງຢູ່, ເຂດເມືອງສີສັດຕະນາກແຕ່ເສັ້ນ ທາງມິດຕະພາບລາວ-ໄທ ແລະ ຖະໜົນ 23 ສິງຫາ, ເຂດເມືອງໄຊເສດຖານັບແຕ່ໄຟແດງໂພນທັນຕໍ່ໃສ່ເສັ້ນທາງໄກສອນ ພົມວິຫານ, ເຂດເມືອງໄຊທານີນັບແຕ່ 4 ແຍກໄຟແດງດົງໂດກ-ດອນໜູນ-ເສັ້ນທາງໄກສອນພົມວິຫານ,
ຈາກສາມແຍກໄຟແດງໂພນເຄັງມາເສັ້ນທາງລ້ານຊ້າງ-ສາມແສນໄທໄປຫາສະໜາມບິນວັດໄຕ, ເສັ້ນທາງສີສັງວອນ-ໂພນສີນວນ ແລະ ເສັ້ນທາງແຕ່ປະຕູໄຊໄປຫາພະ ທາດຫລວງ ແມ່ນໃຫ້ພັກຮຽນຊົ່ວຄາວແຕ່ວັນທີ 5-9 ກັນຍານີ້, ເພື່ອເຮັດໃຫ້ການສັນຈອນໄປມາຂອງຄະນະຜູ້ແທນ ແລະ ແຂກທີ່ມາຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສໍາຄັນປີ່ນອ້ອມຕ່າງໆທີ່ນະຄອນຫລວງວຽງຈັນໃນໄລຍະດັ່ງກ່າວມີຄວາມສະດວກປອດໄພດີ ແລະ ໃຫ້ບັນດາໂຮງຮຽນທີ່ພັກຊົ່ວຄາວນັ້ນຈັດຕັ້ງປະຕິບັດການຮຽນ-ການສອນທົດແທນຄືນພາຍຫລັງສໍາເລັດກອງປະຊຸມ.

           ການອະນຸຍາດໃຫ້ພັກຮຽນດັ່ງກ່າວ ແມ່ນປະຕິບັດຕາມການຊີ້ນໍາຂອງທ່ານນາຍົກລັດຖະ ມົນຕີແຫ່ງ ສປປ ລາວ ເພື່ອກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ທີ່ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ. 

No comments:

Post a Comment