Ad

Ad

31 August 2016

ລັດຖະບານຮັບຮອງຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 2017

           ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປີ 2017 ໄດ້ຖືກຮັບຮອງເອົາໂດຍຫລັກການຢູ່ກອງປະຊຸມຄະນະລັດຖະບານປະຈໍາເດືອນສິງຫານີ້, ໂດຍໄດ້ກໍານົດທິດທາງ ແລະ ຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື GDP ບໍ່ໃຫ້ຫລຸດ 7-7,3%. ພ້ອມທັງມອບໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ທະນາຄານແຫ່ງ ສ ປປ ລາວ ປັບປຸງຮ່າງດັ່ງກ່າວໃຫ້ລະອຽດສົມບູນກ່ອນນໍາເຂົ້າສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຈະໄຂຂຶ້ນໃນເດືອນຕຸລານີ້ໄດ້ພິຈາລະນາຮັບຮອງເອົາ.
           ລັດຖະບານໃຫ້ຮູ້ວ່າ: ສໍາລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາໃນສົກປີ 2015-2016 ນີ້, ເຫັນວ່າຈັງຫວະການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດບັນລຸໄດ້ 6,9% ລວມຍອດຜະລິດຕະພັນພາຍໃນສະເລ່ຍໄດ້ 2.026 ໂດລາສະຫະລັດ
ຕໍ່ຄົນ, ແຕ່ຂະນະດຽວກັນເຫັນວ່າຫລາຍຕົວເລກຄາດໝາຍຕ່າງໆໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ຍັງບໍ່ທັນບັນລຸໄດ້, ເນື່ອງຈາກໄດ້ຮັບຜົນສະທ້ອນຈາກການຜັນຜວນຂອງເສດຖະກິດໂລກ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນຢູ່ປະເທດເຮົາໃນໄລຍະຫລາຍປີຜ່ານມາ.
            ຂະນະທີ່, ໃນກອງປະຊຸມວຽກງານງົບປະມານ ແລະ ຄັງເງິນທົ່ວປະເທດເມື່ອກາງເດືອນສິງຫານີ້ກໍໄດ້ເປີດເຜີຍກ່ຽວກັບຕົວເລກປັບປຸງຂອງກະຊວງການເງິນໃນ 10 ເດືອນສົກປີ 2015-2016 ຂະແໜງການເງິນສາມາດປະຕິບັດໄດ້ພຽງ 74,52% ທຽບໃສ່ແຜນການ ແລະ ຍ້ອນລາຍຮັບບໍ່ໄດ້ຕາມແຜນໃນແຕ່ລະງວດກະຊວງການເງິນຈຶ່ງໄດ້ປະສານສົມທົບກັບທະນາຄານແຫ່ງ ສ ປປ ລາວ ລະດົມທຶນດ້ວຍການຈໍາໜ່າຍພັນທະບັດ ແລະ ກູ້ຢືມ ເພື່ອແກ້ໄຂສະພາບຄ່ອງງົບປະມານ, ໂດຍສະເພາະຈ່າຍເງິນເດືອນປະຕິບັດໄດ້ 73,86%, ເງິນນະໂຍບາຍປະຕິບັດໄດ້ 59,08% ແລະ ໜີ້ສີນຕ່າງປະເທດປະຕິບັດໄດ້ 77,01%. ນອກຈາກນີ້ຍັງມີລາຍຈ່າຍອື່ນໆເຊັ່ນ: ບໍລິຫານ, ລົງທຶນ ແລະ ໜີ້
ສີນພັນທະບັດແມ່ນເຫັນວ່າຍັງພົບຄວາມຫຍຸ້ງຍາກຫລາຍ, ຊຶ່ງບັນຫາດັ່ງກ່າວລັດຖະບານໄດ້ເນັ້ນໃຫ້ຂະແໜງການເງິນຕ້ອງເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ໂດຍສຸມໃສ່ສຶກສາອົບຮົມດ້ານການເມືອງແນວຄິດໃຫ້ພະນັກງານລັດຖະກອນຂະແໜງການເງິນໃນທົ່ວປະເທດມີຄວາມຈົ່ງຮັກພັກດີ, ມີຈັນຍາບັນ, ປະຕິບັດວິໄນດ້ານການເງິນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດປະເທດຊາດເປັນຫລັກ, ໃຫ້ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານຂົງເຂດການເງິນໃຫ້ເປັນຮູບປະທຳ, ໂດຍສະເພາະແມ່ນພະນັກງານທີ່ຂາດວິໄນການເງິນ, ຖືຜົນປະໂຫຍດສູງ, ຂາດຄວາມຮັບຜິດຊອບ, ສົມຮູ້ຮ່ວມຄິດກັບຜູ້ປະກອບການ, ເຮັດຜິດລະບຽບກົດໝາຍ. ຂະນະດຽວກັນຕ້ອງຮີບຮ້ອນຄົ້ນຄວ້າປັບປຸງລະບຽບການຕ່າງໆໃຫ້ກະທັດຮັດບົນພື້ນຖານອຳນວຍຄວາມສະດວກໃນການບໍລິການລັດ, ບໍລິການພາກທຸລະກິດຢ່າງໂປ່ງໃສ, ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານລວມສູນຕາມກົດໝາຍ, ບໍ່ອະນຸຍາດໃຫ້ຂະແໜງການ ແລະ ທ້ອງຖິ່ນຮັກສາລາຍໄດ້ ຫລື ສ້າງຄັງໄວ້ນອກງົບປະມານ ແລະ ບໍ່ອະນຸຍາດໃຫ້ຈ່າຍນອກແຜນງົບປະມານທີ່ສະພາແຫ່ງຊາດຮັບຮອງຢ່າງເດັດຂາດ.

           ສຳລັບການສ້າງແຜນງົບປະມານສົກປີ 2017 ແມ່ນຕ້ອງແທດເໝາະຕົວຈິງ, ແຜນລາຍຈ່າຍຕ້ອງຈຳກັດທີ່ສຸດ, ໃຫ້ເພີ່ມສະເພາະເງິນເດືອນ, ເງິນອຸດໝູນ, ເງິນອຸດໝູນນາຍບ້ານ ແລະ ເບ້ຍ ລ້ຽງນັກຮຽນຕາມທີ່ລັດຖະບານໄດ້ປະກາດແລ້ວ. ສືບຕໍ່ປະຕິບັດການເກັບລາຍຮັບໃຫ້ເຂັ້ມງວດ, ຄົບຖ້ວນ, ໃຫ້ບັນດາແຂວງເປັນເຈົ້າການຊີ້ນຳການເກັບຖານລາຍຮັບຕົວຈິງຢູ່ແຂວງໃຫ້ຄົບຖ້ວນ ແລະ ຖ້າເຫັນພາກສ່ວນໃດເຊື່ອງອຳລາຍຮັບໃຫ້ປະຕິບັດວິໄນຕາມລະບຽບກົດໝາຍຢ່າງເຂັ້ມງວດ.

No comments:

Post a Comment