Ad

Ad

27 May 2016

ເລີ່​ມມີ​ການລະບາດ​ຂອງ​ພະຍາດ​ໄຂ້​ເລືອດ​ອອກ​​ຢູ່​ບາງ​ແຂວງ​ພາກ​ໃຕ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ 5 ຄົນ

ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດລະບາດ​,ກະຊວງສາທາລະນະສຸກຕໍ່ນັກຂອງພວກເຮົາໃນວັນທີ 26 ພຶດສາພານີ້​​ຮູ້ວ່າ: ປັດຈຸບັນຢູ່ບາງແຂວງພາກໃຕ້ໄດ້ມີການລະບາດຂອງພະຍາດໄຂ້ເລືອດອອກ ຫຼື ​​ໄຂ້ຍຸງລາຍແລ້ວ​,​ໂດຍສະເພາະຢູ່ແຂວງຈຳປາສັກມີຜູ້ຕິດເຊື້ອຫຼາຍກວ່າ 300 ກໍລະນີ້ ແລະ ໃນນັ້ນມີຜູ້ເສຍຊີວິດແລ້ວ 5 ຄົນ, ​ແຂວງອັດຕະປືມີຜູ້ຕິດເຊື້ອຫຼາຍກວ່າ 50 ກໍລະນີ, ຂະນະທີ່ແຂວງອື່ນໆກໍເລີ່ມມີກໍລະນີຜູ້ຕິດເຊື້ອໄຂເລືອດອອກ​​ຈຳນວນໜຶ່ງ,ຊຶ່ງຕໍ່ສະພາບການດັ່ງກ່າວກະຊວງສາທາລະນະສຸກກໍໄດ້ຮີບຮ້ອນນຳສົ່ງພະນັກງານວິຊາການລົງສົມທົບກັບທ້ອງຖິ່ນ,​ເພື່ອສະກັດກັ້ນການລະບາດຂອງພະຍາດໄຂ້ເລືອດອອກຢູ່
ບັນດາແຂວງດັ່ງກ່າວ, ​ເພື່ອແນະນຳໃຫ້ຄວາມຮູ້ໃນການປ້ອງກັນຕົວເອງແລະ ການທຳລາຍແຫຼ່ງເພາະພັນຂອງຍຸງລາຍຢູ່ຕາມບ້ານແລະເມືອງທີ່ມີການລະບາດແລະເຂດທີ່ມີຄວາມສ່ຽງຕ່າງໆ,​ພ້ອມທັງແນະນຳໃຫ້ໂຮງໝໍໃຫ້ເອົາໃຈໃສ່ບໍລິການປິ່ນປົວຄົນ​​ຕິດໄຂ້ເລືອດອອກໃຫ້ດີເພື່ອບໍ່ແຜ່ຂະຫຍາຍໄປສູ່ບ່ອນອື່ນແລະ ບໍ່ສະເພາະແຕ່ບັນດາແຂວງພາກໃຕ້ເທົ່ານັ້ນທຸກໆແຂວງໃນທົ່ວປະເທດກໍຕ້ອງມີການຕິດຕາມເຝົ້າລະວັງພະຍາດດັ່ງກ່າວຢ່າງໃກ້ຊິດ,ເຕືອນປະຊາຊົນເປັນເຈົ້າການທຳລາຍແຫຼ່ງເພາະພັນຂອງຍຸງລາຍຕາມຄຳຂັວນ 5 ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ເກັບນ້ຳໃນເຮືອນແລະ ນອກເຮືອນ​​ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, 2 ປ່ຽນນ້ຳໃນພາຊະນະເຊັ່ນ: ​ເຕົ້າດອກໄມ້ , ນ້ຳຮອງຕີນຕູ້ , ຖ້ານຮອງຈອກນ້ຳ, 3 ປ່ອຍປາຫາງນົກຍົກເພື່ອກິນໜອນນ້ຳ, 4 ປັບປຸງການອະນາໄມສິ່ງແວດລ້ອມອອ້ມເຮືອນບໍ່ໃຫ້ມີກະໂປະ​,ກະປ່ອງ, ຢ່າງຕີນລົດເກົ່າທີ່ມີນ້ຳຂັງ, 5 ປະຕິບັດໃຫ້ເປັນນິໃສ່ປະຈຳທຸກໆອາທິດແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນ

ໃນປີຜ່ານມາປະເທດເຮົາບໍ່ເກີດການລະບາດຂອງພະຍາດໄຂ້ເລືອກອອກຍ້ອນທຸກພາກ ສ່ວນໃນສັງຄົມໄດ້ເປັນເຈົ້າການຕ້ານ  ແລະ ປ້ອງກັນໂຕເອງດັ່ງກ່າວ, ປະຕິບັດຫຼັກການ ອະນາໄມ້ຢ່າງເຂັ້ມງວດ,ພິເສດແມ່ນການເອົາໃຈໃສ່ທຳລາຍແຫຼ່ງເພາະພັນຂອງຍຸງລາຍ ອັນເປັນຕົວນຳເຊື້ອພະຍາດດັ່ງກ່າວໄດ້ຢ່າງມີປະສິດທິຜົນ,ດ້ວຍການປະຕິບັດຄຳຂັວນ 5 ຂອງກະຊວງສາທາລະນະສຸກວາງອອກໄດ້ຢ່າງເຂັ້ມງວດ.

No comments:

Post a Comment