Ad

Ad

27 May 2016

ປກສ ນະຄອນຫລວງ​ມ້າງ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ອັນຕະລາຍ ພ້ອມ​ຂອງ​ກາງ​ຈຳນວນ​ຫລາຍ

              ທ່ານ ພັນໂທ ຫົງຄຳ ຫອມສົມບັດ ຫົວໜ້າພະແນກຕຳຫລວດສະກັດກັ້ນແລະ ຕ້ານຢາເສບຕິດ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ເມື່ອບໍ່ດົນມານີ້, ​ເຈົ້າໜ້າທີ່ຂອງຕົນສາມາດມ້າງເຄືອຂ່າຍຂະບວນການຄ້າຂາຍຢາເສບຕິດຕົວອັນຕະລາຍ ຢູ່ເຮືອນເຊົ່າຫລັງໜຶ່ງເຂດບ້ານຕານມີໄຊເມືອງໄຊທານີ ນະຄອນ ຫລວງວຽງຈັນແລະ ສາມາດຈັບຜູ້ຕ້ອງຫາໄດ້ຫລາຍຄົນ ຄືທ້າວເມັງວາງ ອາຍຸ 28 ປີ ຢູ່ບ້ານໂຮງເລື່ອຍເມືອງໂພນໂຮງແຂວງວຽງຈັນ, ນາງ ປາຢາ ອາຍຸ 19 ປີ ຢູ່ເມືອງໜອງແຮດແຂວງຊຽງຂວາງ, ທ້າວ ຄຳມີ ອາຍຸ 24 ປີ ຢູ່ບ້ານໂພໄຊເມືອງຊຳເໜືອແຂວງຫົວພັນ, ນາງເຊຍຊົງ ອາຍຸ 20 ປີ ຢູ່ບ້ານ
ໜອງສອງຫ້ອງເມືອງໄຊທານີ ນະຄອນຫລວງວຽງຈັນແລະ ນາງເນັ່ງທໍ່ ອາຍຸ 21 ປີ ຢູ່ບ້ານຫ້ວຍຊຳອໍ້ເມືອງແລະແຂວງໄຊຍະບູລີ ພ້ອມຂອງກາງຢາບ້າຈຳນວນ 156.000 ​ເມັດ, ​ເຮໂຣອິນ 58 ​ແທ່ງ, ປືນສັ້ນ 1 ກະບອກ ພ້ອມກະສູນຈຳນວນໜຶ່ງ, ລົເກງໝາຍເລກທະບຽນ ກສ 9841 ກຳແພງນະຄອນ, ລົດຈັກ 2 ຄັນ ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດຳເນີນຄະດີ.

              ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່​, ທ້າວເມັງວາງ ຮັບສາລະພາບວ່າ: ຢາເສບຕິດທັງໝົດເປັນຂອງຕົນແທ້ເພື່ອຈະເອົາໄປສົ່ງໃຫ້ເຄືອຂ່າຍຢາເສບຕິດໃນປະເທດໃກ້ຄຽງເຊິ່ງຄະດີຢາເສບຕິດລາຍນີ້ຍັງຢູ່ໃນຂັ້ນຕອນການຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.

No comments:

Post a Comment