Ad

Ad

27 May 2016

ວິ​ສາ​ຫະກິດຫລາຍ​ແຫ່ງ​ລະ​ເມີດ​ກົດໝາຍ​ປະກັນ​ສັງຄົມ

          ທ່ານຫົວໜ້າຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ປະເດີມພອນ ສົນທານີໃຫ້ຮູ້ວ່າ: ປັດຈຸບັນຍັງມີຫລາຍວິສາຫະກິດລະເມີດລະບຽບກົດໝາຍວ່າດ້ວຍປະກັນສັງຄົມໂດຍບໍ່ຢາກເຂົ້າເປັນສະມາຊິກກອງທຶນປະກັນສັງຄົມແຫ່ງຊາດເຊິ່ງກົດໝາຍດັ່ງກ່າວໄດ້ຖືກຮັບຮອງໂດຍສະພາແຫ່ງຊາດແລະ ປະທານປະເທດແຫ່ງ ສປປ ລາວໄດ້ອອກລັດຖະດຳລັດປະກາດໃຊ້ເມື່ອທ້າຍປີ 2013. ການມີກົດໝາຍດັ່ງກ່າວກໍເພື່ອປົກປ້ອງສິດແລະ ຜົນປະໂຫຍດຂອງຜູ້ໃຊ້ແຮງງານແລະ ຜູ້ອອກແຮງງານດ້ວຍການປະກອບທຶນສົມທົບແລະ ການສະໜອງການອຸດໜູນປະກັນສັງຄົມແນໃສ່ຄ້ຳປະກັນການດຳລົງຊີວິດຂັ້ນພື້ນຖານ, ການສ້າງຄວາມສາມັກຄີປອງດອງແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການປະກັນສັງຄົມແມ່ນການຮັບປະກັນໃຫ້ຜູ້ປະກັນຕົນໄດ້ຮັບເງິນອຸດໜູນຈາກກອງທຶນປະກັນສັງຄົມແຫ່ງຊາດໃນກໍລະນີມີການປິ່ນປົວສຸຂະພາບ, ອອກລູກ ຫລື ຫລຸລູກ, ​ເກີດອຸປະຕິເຫດແຮງງານ, ພະຍາດອາຊີບ, ​ເສຍກຳລັງແຮງງານ, ​ເສຍອົງຄະ, ປ່ວຍການ, ບຳນານ, ​ເສຍຊີວິດ, ອຸດໜູນ
ສະມາຊິກຄອບຄົວແລະ ຫວ່າງງານເຊິ່ງໃນມາດຕາ 6 ຂອງກົດໝາຍດັ່ງກ່າວລະບຸວ່າ: ລັດຖະບານມີພັນທະແບ່ງປັນງົບປະມານລັດເພື່ອສົມທົບທຶນເຂົ້າກອງທຶນປະກັນສັງຄົມແຫ່ງຊາດແລະ ຄ້ຳປະກັນຄວາມຍືນຍົງຂອງກອງທຶນ, ຜູ້ໃຊ້ແຮງງານມີພັນທະເຂົ້າຮ່ວມດ້ວຍການສົມທົບເງິນເຂົ້າກອງທຶນປະກັນສັງຄົມດັ່ງກ່າວ, ຜູ້ອອກແຮງງານຜູ້ປະກອບອາຊີບສ່ວນບຸກຄົນແລະ ຜູ້ສະໝັກໃຈມີພັນທະຂຶ້ນທະບຽນປະກັນສັງຄົມແລະ ສົມທົບເງິນເຂົ້າກອງທຶນໃຫ້ຄົບຖ້ວນເຊິ່ງຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວເຫັນວ່າມີຜູ້ເປັນສະມາຊິກກອງທຶນປະກັນສັງຄົມປະມານ 6 ​ແສນກວ່າຄົນແລະແມ່ນພາກລັດເປັນສ່ວນໃຫຍ່, ສ່ວນພາກວິສາຫະກິດ, ຫົວໜ່ວຍທຸລະກິດຕ່າງໆແມ່ນມີຈຳນວນໜ້ອຍເຊິ່ງບັນຫານີ້ຖືວ່າແມ່ນການບໍ່ໃຫ້ຄວາມສຳຄັນແກ່ການປະຕິບັດພັນທະຂອງຕົນເຂົ້າໃນວຽກງານປະກັນສັງຄົມ ທັງເປັນການລະເມີດຕໍ່ລະບຽບກົດໝາຍດັ່ງກ່າວອີກດ້ວຍ.

            ທ່ານຫົວໜ້າຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ກ່າວວ່າ: ມີຫລາຍປັດໄຈພາໃຫ້ວຽກງານປະກັນສັງຄົມແຫ່ງຊາດຍັງບໍ່ທັນເປັນທີ່ສົນໃຈຢາກປະກອບສ່ວນຂອງສັງຄົມ​ ​ເຊິ່ງອັນສຳຄັນຕົ້ນຕໍແມ່ນເກີດຈາກຄວາມຮັບຮູ້ແລະເຂົ້າໃຈຂອງສັງຄົມຕໍ່ວຽກງານດັ່ງກ່າວຍັງບໍ່ທັນເລິກເຊິ່ງ ຍ້ອນການໂຄສະນາເຜີຍແຜ່ວຽກງານດັ່ງກ່າວມີລັກສະນະຈຳກັດ, ມີບາງຫົວໜ່ວຍທຸລະກິດບໍ່ໃຫ້ການຮ່ວມມືກັບພາກສ່ວນກ່ຽວຂ້ອງດີເທົ່າທີ່ຄວນໃນການລົງໄປຊຸກຍູ້ເພື່ອໃຫ້ເຂົ້າເປັນສະມາຊິກກອງທຶນປະກັນສັງຄົມ. ​ແຕ່ແນວໃດກໍຕາມ, ວຽກງານດັ່ງກ່າວແມ່ນມີຄວາມສຳຄັນຕໍ່ລະບົບເສດຖະກິດ-ສັງຄົມຂອງຊາດ. ສະນັ້ນໃນຕໍ່ໜ້ານີ້ ພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ເພີ່ມທະວີເອົາໃຈໃສ່ໃນການໂຄສະນາປຸກລະດົມໃຫ້ທົ່ວສັງຄົມມີຄວາມຮັບຮູ້ແລະເຂົ້າໃຈວຽກງານປະກັນສັງຄົມຫລາຍກວ່າເກົ່າເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດຂອງຊາດໃຫ້ເຂັ້ມແຂງເທື່ອລະກ້າວ ທັງເປັນການປະກອບສ່ວນພັນທະຂອງຕົນເຂົ້າໃນການປະກັນສັງຄົມຕາມລະບຽບກົດໝາຍກຳນົດໄວ້.

No comments:

Post a Comment