Ad

Ad

27 May 2016

ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນສະຫວັນ​ນະ​ເຂດຈະ​ໄຂ​ຂຶ້ນທ້າຍເດືອນນີ້

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I ຈະໄດ້ໄຂຂຶ້ນແຕ່ວັນທີ 31 ພຶດສະພາ ຫາ 1 ມິຖຸນາ 2016 ນີ້, ຢູ່ຫໍວັດທະນະທຳ ໄກສອນ ພົມວິ ຫານ. ພາຍຫລັງສຳເລັດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາຊິກສະພາປະ ຊາຊົນແຂວງຊຸດທີ I ໃນວັນທີ 20 ມີນາ ຜ່ານມາ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການດຳເນີນກອງປະຊຸມສຳຄັນໃນຄັ້ງນີ້.

ທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດໄດ້ໃຫ້ຮູ້ໃນໂອ ກາດຖະແຫລ່ງຂ່າວຕໍ່ສື່ມວນຊົນວ່າ: ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຂອງແຂວງເປັນຕົ້ນ ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງແຂວງກ່ຽວກັບ
ຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ; ເລືອກຕັ້ງປະທານ ແລະ ຮອງປະທານ, ຄະນະປະຈຳສະພາປະຊາຊົນແຂວງ; ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງ; ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເຈົ້າແຂວງ, ຮອງເຈົ້າແຂວງ, ໂຄງປະກອບກົງຈັກການຈັດຕັ້ງຂອງແຂວງ, ຫົວໜ້າພະແນກການ ແລະ ອົງການທຽບເທົ່າພະແນກການຂອງແຂວງ; ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງ ຫົວໜ້າອົງການໄອຍະການ ແລະ ປະທານສານປະຊາຊົນແຂວງພ້ອມກັນນີ້, ກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງເອົາວິໄສທັດຮອດປີ 2030, ແຜນຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ (2016-2020) ແລະ ບັນຫາສຸດທ້າຍ ແມ່ນພິຈາລະນາຮັບຮອງເອົາວິໄສທັດຮອດປີ 2030 ແລະ ແຜນຍຸດທະສາດຮອດປີ 2025 ແຜນການດຳເນີນງານ 5 ປີຂອງສະພາປະຊາຊົນແຂວງ (2016-2020).

No comments:

Post a Comment