Ad

Ad

27 May 2016

ຖະ​ແຫລ​ງການກອງ​ປະຊຸມລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ

ໃນວັນທີ 25 ພຶດສະພາ 2016 ນີ້, ກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ X ​ໄດ້ ປິດລົງດ້ວຍຜົນສຳເລັດ, ພ້ອມຮ່ວມຖະແຫລງການຄື: ບັນດາລັດຖະມົນຕີປ້ອງກັນປະເທດ​​ອາຊຽນໄດ້ປຶກສາຫາລື, ​ແລກປ່ຽນສະພາການກ່ຽວກັບວຽກງານ້ອງກັນຊາ-ຄວາມໝັ້ນຄົງໃນພາກພື້ນແລະ ສາກົນໂດຍສະເພາະ​​ສິ່ງທ້າທາແລະໄພຄົ່ມຄູ່ ທີ່ບໍ່ແມ່ນທາງທະຫານ, ​ເປັນຕົ້ນ ບັນຫາໄພພິບັດທຳມະຊາດ, ການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງທະເລແລະ ອິນເຕີເນັດເຊິ່ງໄດ້ເຫັນດີເປັນເອກະພາບກັນຮັບ ຮອງເອົາ 3 ບັນຫາສຳຄັນເປັນຕົ້ນ ຂໍ້ກຳນົດວ່າດ້ວຍກອງກຳລັງກຽມພ້ອມຂອງອາຊຽນ ເພື່ອການຊ່ວຍເຫລືອ ດ້ານມະນຸດສະທຳ ແລະ ບັນເທົາທຸກໄພພິບັດ, ສູນແພດທະຫານອາຊຽນ ແລະ ເອກະສານ ແນວຄວາມຄິດ ກ່ຽວກັບການສ້າງຕັ້ງໜ່ວຍງານຜູ້ຊ່ຽວຊານ ທາງດ້ານຄວາມໝັ້ນຄົງທາງດ້ານອິນເຕີເນັດ.

ກອງປະຊຸມ ໄດ້ຮັບຮອງ​ ​ແລະ ລົງນາມຖະແຫລງການຮ່ວມຂອງບັນດາລັດຖະມົນຕີປ້ອງກັນປະເທດອາ ຊຽນ ວ່າດ້ວຍການສົ່ງເສີມການຮ່ວມມືວຽກງານປ້ອງກັນຊາເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນເຊິ່ງ ຖະແຫລງການດັ່ງກ່າວ​, ຖື​​ເປັນເອກະສານທີ່ສຳຄັນໃຫ້ແກ່ການສົ່ງເສີມການພົວພັນຮ່ວມມື ໃນຂອບ ADMM ​ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການພັດທະນາແລະ ຄວາມວັດທະນາຖາວອນຂອງພາກພື້ນ.
          ນອກນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງອາຊຽນ ໃນໄລຍະຜ່ານມາ, ​ເປັນຕົ້ນແມ່ນການສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015, ຄວາມຄືບໜ້າວຽກງານການຊ່ວຍເຫລືອມະນຸດສະທຳແລະ ບັນເທົາທຸກໄພພິບັດ, ​ໂດຍສະເພາະ ແມ່ນບົດຖະແຫລງການຂອງອາຊຽນ ວ່າດ້ວຍໜຶ່ງອາຊຽນ, ໜຶ່ງການຕອບ​​ໂຕ້” ​ເຊິ່ງຈະລົງນາມໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ທີ່ນະຄອນຫລວງວຽງຈັນໃນເດືອນກັນຍາ 2016 ທີ່ຈະມາເຖິງນີ້.

​          ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວກ່າວວ່າ: ກອງທັບຂອງບັນດາປະເທດສະມາຊິກອາຊຽນ ມີຄວາມຈຳເປັນຈະຕ້ອງໄດ້ສືບຕໍ່ເພີ່ມທະວີແລະ ຮັດແໜ້ນການຮ່ວມມືນຳກັນໃຫ້ເປັນຮູບປະທຳຫລາຍຂຶ້ນກວ່າເກົ່າ, ​ເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ, ການຝຶກຊ້ອມແລະ ການປະຕິບັດງານຮ່ວມກັນສະກັດກັ້ນ, ປ້ອງກັນແລະແກ້ໄຂຂໍ້ຂັດແຍ່ງເພື່ອຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງໄດ້ຢ່າງມີປະສິດທິພາ, ປະສິດທິຜົນ ພ້ອມນັ້ນ, ກໍຕ້ອງໄດ້ເພີ່ມທະວີການຊ່ວຍເຫລືອເຊິ່ງກັນແລະ ກັນໃນການເສີມສ້າງາຂີດຄວາມສາມາດ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈແລະ ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງກອງທັບຂອງບັນດາປະເທດສະມາຊິກອາຊຽນໃຫ້ນັບມື້ແໜ້ນແຟ້ນຂຶ້ນ​​ເລື້ອຍໆ.

No comments:

Post a Comment