Ad

Ad

1 June 2016

ສະແດງຄວາມຮູ້ສຶກເທິງໜ້າຈໍ ຕຳຫລວດຂໍຢ່າໄດ້ເຮັດ

ໂດຍ: ມຶກບໍ່ແຫ້ງ

     ການນຳໃຊ້ສື່ສັງຄົມນັ້ນໄດ້ນຳມາເຊິ່ງຂໍ້ດີຫລາຍຢ່າງທີ່ພວກເຮົາບໍ່ເຄີຍມີມາກ່ອນ, ແຕ່ພ້ອມນັ້ນມັນກໍຍັງໄດ້ນຳເອົາສິ່ງຂີ້ຮ້າຍຫລາຍອັນມານຳເຊັ່ນກັນ ໂດຍສະເພາະຫວ່າງບໍ່ດົນມານີ້ ຕຳຫລວດຂອງປະເທດແບນຊິກໄດ້ອອກມາເຕືອນປະຊາຊົນຕົນເອງວ່າ: ຖ້າຢາກຮັກສາຄວາມເປັນສ່ວນຕົວຂອງຕົວເອງກໍຈົ່ງຢ່າໄດ້ສະແດງຄວາມຮູ້ສຶກດ້ວຍການກົດໄອຄອນ (Icon) ທີ່ສື່ເຖິງຄວາມຮູ້ສຶກນຶກຄິດຂອງທ່ານຕໍ່ການສະແດງຮູບພາບ ຫລື ຂໍ້ຄວາມໃດໆເທິງໜ້າຈໍ ໂດຍສະເພາະສື່ສັງຄົມຍອດນິຍົມຢ່າງເຟສບຸກ (Facebook).

          ຕົກມາຮອດຍຸກນີ້ ການນຳໃຊ້ສື່ສັງຄົມເພື່ອການສື່ສານໄດ້ເຂົ້າມາມີບົດບາດສຳຄັນຢ່າງຍິ່ງຕໍ່ຊີວິດປະຈຳວັນຂອງພວກເຮົາ. ສື່ສັງຄົມຊ່ວຍໃຫ້ສາມາດຮັບຮູ້ຂໍ້ມູນ-ຂ່າວສານຈາກທົ່ວທຸກສາລະທິດໄດ້ຢ່າງໄວວາ ແລະ ປະຢັດ, ຊ່ວຍໃຫ້ຫລາຍຄົນສາມາດເຜີຍແຜ່ສິ່ງດີງາມ ແລະ ສິ່ງບໍ່ຄັກແນ່ໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ອັນນີ້ໄດ້ກາຍເປັນຍຸກແຫ່ງການຫລັ່ງໄຫລຂອງຂໍ້ມູນ-ຂ່າວສານທີ່ລົ້ນເຫລືອ ເຊິ່ງເຮັດໃຫ້ຫລາຍໆຄົນຂາດການຮິ່ນຕອງ ແລະ ບັນຫາອື່ນໆລວມມານຳທີ່ບໍ່ຕ່າງຈາກກໍລະນີທີ່ສື່ສັງຄົມຍອດນິຍົມຢ່າງເຟສບຸກທີ່ໄດ້ເປີດໂຕ 6 ວິທີທາງໃນການສະແດງຄວາມຮູ້ສຶກຂອງຜູ້ຊົມໃຊ້ຕໍ່ຮູບພາບ ຫລື ຂໍ້ຄວາມຕ່າງໆຂອງໃຜຜູ້ໜຶ່ງເທິງໜ້າຈໍໃນເດືອນກຸມພາທີ່ຜ່ານມາ ເຊິ່ງຜູ້ຊົມໃຊ້ຫລາຍຄົນກໍຊື່ນຊົມທີ່ມີທາງເລືອກຫລາຍຂຶ້ນ, ແຕ່ສຳລັບຕຳຫລວດຂອງແບນຊິກບໍ່ໄດ້ເບິ່ງແບບນັ້ນ ເພາະເຂົາເຈົ້າຄິດວ່າການສະແດງຄວາມຮູ້ສຶກເທິງໜ້າຈໍນັ້ນເປັນການສູນເສຍຄວາມເປັນສ່ວນຕົວໄປລ້າໆ.
          ຕຳຫລວດຂອງແບນຊິກໃຫ້ຕຳເຫັນວ່າ: ການສະແດງຄວາມຮູ້ສຶກເທິງໜ້າຈໍນັ້ນແມ່ນວິທີທາງໃນການເກັບກຳຂໍ້ມູນກ່ຽວກັບຜູ້ຄົນຂອງເຈົ້າຂອງສື່ ແລະ ເຮັດໃຫ້ເຈົ້າຂອງສື່ນັ້ນຊອກວິທີທາງທີ່ດີທີ່ສຸດໃນການໂຄສະນາຕົນເອງ, ພຽງແຕ່ທ່ານກົດເມົາສ໌ (mouse) ຂອງທ່ານກໍສາມາດເຮັດໃຫ້ເຈົ້າຂອງສື່ນັ້ນຮູ້ວ່າອັນໃດທີ່ເຮັດໃຫ້ເຈົ້າມີຄວາມສຸກ. ນອກນັ້ນ ໄອຄອນທີ່ສ້າງຂຶ້ນມານັ້ນບໍ່ພຽງແຕ່ເຮັດໃຫ້ເຮົາສາມາດສະແດງຄວາມຮູ້ສຶກແບບຕ່າງໆເຊັ່ນ: ໃຈຮ້າຍ, ໂສກເສົ້າ ແລະ ອື່ນໆ. ແຕ່ພ້ອມນັ້ນ ເຟສບຸກກໍຍັງສາມາດກວດສອບແນວຄິດຂອງພວກເຮົາທີ່ສະແດງອອກຢ່າງມີປະສິດທິພາບຕື່ມອີກ
          ພ້ອມນັ້ນ, ຫລາຍຄົນກໍເວົ້າວ່າການສະແດງຄວາມຮູ້ສຶກໃນຮູບແບບຕ່າງໆທາງເຟສບຸກນັ້ນມັນເປັນອຸປະກອນສຳຄັນທີ່ຊ່ວຍຜູ້ໂຄສະນາສາມາດອ່ານໃຈຜູ້ຄົນໄດ້ງ່າຍຂຶ້ນ. ເຖິງແມ່ນເຈົ້າຂອງສື່ຈະກ່າວວ່າມັນເປັນວິທີທາງໃຫ້ຜູ້ຄົນສາມາດສະແດງຄວາມຮູ້ສຶກໃນຮູບແບບຕ່າງໆ, ແຕ່ພ້ອມນັ້ນມັນກໍຍັງເປັນການສະໜອງຂໍ້ມູນທີ່ມີຄຸນຄ່າແກ່ເຟສບຸກເອງກ່ຽວກັບສິ່ງຕ່າງໆທີ່ເຮັດໃຫ້ຜູ້ເສບສື່ມີຄວາມຮູ້ສຶກຢ່າງໃດ ເຊິ່ງວິທີນີ້ແມ່ນເປັນວິທີທາງທີ່ໄດ້ຜົນທີ່ສຸດໃນການລໍ້ໃຈໃຫ້ຜູ້ຄົນຫລາຍລ້ານຄົນຕ້ອງຫລົງໄຫລໃນຄວາມເພີດເພີນຂອງສື່ສັງຄົມ ໂດຍຍອມເສຍສະລະເວລາອັນມີຄຸນຄ່າຂອງຕົນຢ່າງຫລວງຫລາຍໃນແຕ່ລະມື້ ເພື່ອຈ້ອງເບິ່ງໜ້າຈໍຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ມັນກໍແນ່ນອນຢູ່ແລ້ວວ່າ ຜູ້ຄົນກໍມີຄວາມເປັນສ່ວນຕົວຫລຸດໜ້ອຍຖອຍລົງນັບມື້ເຊັ່ນກັນ.

          ແຕ່ເຖິງຢ່າງໃດກໍດີ, ເປັນການປະຕິເສດບໍ່ໄດ້ວ່າການນຳໃຊ້ສື່ສັງຄົມສາມາດນຳມາເຊິ່ງຜົນປະໂຫຍດຫລາຍຢ່າງທີ່ຈຳເປັນແກ່ຊີວິດປະຈຳວັນ, ວຽກງານຂອງເຮົາແຕ່ພ້ອມນັ້ນມັນເປັນເລື່ອງທຳມະດາທີ່ວ່າສິ່ງເພີດເພີນເລີງລົມທັງຫລາຍນັ້ນມັກຈະນຳມາເຊິ່ງຄວາມສູນເສຍຫລາຍທາງ ເຊິ່ງບໍ່ຕ່າງຈາກສື່ສັງຄົມໃນປັດຈຸບັນ. ສະນັ້ນ ພວກເຮົາຄວນຮູ້ນຳໃຊ້ມັນໃຫ້ເກີດປະໂຫຍດ ອາດຄວນຫລີກເວັ້ນການເຜີຍແຜ່ຂໍ້ມູນທີ່ເປັນສ່ວນຕົວຈົນເປີດແປນ ເພາະມັນມີບົດຮຽນມາຈາກຫລາຍບ່ອນມາແລ້ວວ່າການເຮັດແບບນັ້ນຈະນຳມາເຊິ່ງທາງເສື່ອມເສຍແກ່ຕົນເອງ ແລະ ຄົນອ້ອມຂ້າງໄປລ້າໆ.

No comments:

Post a Comment