Ad

Ad

1 June 2016

ເຄື່ອງດື່ມເອັມ 150 ແຈກໂຊກກ້ອງຝາ ລວມມູນຄ່າຫລາຍກວ່າ 8 ຕື້ກີບ

          ເຄື່ອງດື່ມ ເອັມ 150 ໄດ້ແຈກໂຊກ ລວມມູນຄ່າຫລາຍກວ່າ 8 ຕື້ກີບ ໝົດເຂດທ້າຍເດືອນພະຈິກນີ້, ຊຶ່ງຂອງລາງວັນລວມມີ: ລາງວັນທີ 1 ລົດກະບະລີໂວ້, ລາງວັນທີ 2 ເງິນສົດ 50 ລ້ານກີບ, ລາງວັນທີ 3 ເງິນສົດ 1 ລ້ານກີບ, ລາງວັນທີ 4 ໜຶ່ງແສນກີບ, ລາງວັນທີ 5 ເງິນສົດ 50 ພັນກີບ ແລະ ລາງວັນທີ 6 ໄດ້ຮັບເຄື່ອງດື່ມເອັມ 150 ໜຶ່ງແກ້ວ. ມາຮອດປັດຈຸບັນມີຜູ້ໂຊກດີທີ່ໄດ້ຮັບລາງວັນທີ 2 ເງິນສົດ 50 ລ້ານກີບໄປແລ້ວ 4 ທ່ານ, ໃນນັ້ນ ຢູ່ແຂວງສະຫວັນນະເຂດ 1 ທ່ານ, ແຂວງໄຊຍະບູລີ 1 ທ່ານ ແລະ ນະຄອນຫລວງວຽງຈັນ 2 ທ່ານ, ຊຶ່ງພິທີມອບ-ຮັບເງິນລາງວັນດັ່ງກ່າວ, ໄດ້ຈັດຂຶ້ນເມື່ອທ້າຍເດືອນພຶດສະພານີ້, ທີ່ນະຄອນຫລວງວຽງຈັນ, ລະຫວ່າງທ່ານ ບຸນໂຮມ ແສງຄຳເພັງໄຊ ຜູ້ຈັດການຝ່າຍຂາຍ
ແລະ ການຕະຫລາດ ເຄື່ອງດື່ມ M150 ແລະ ຜູ້ໂຊກດີຈຳນວນ 3 ທ່ານຄື: ທ່ານ ຈັນທະບູນ ເພີງສົມພານ, ຢູ່ບ້ານຈອມແຈ້ງ, ເມືອງຫົງສາ ແຂວງໄຊຍະບູລີ, ທ່ານ ແກ້ວອຸ່ນຫລ້າ ແສນທະວົງ, ຢູ່ບ້ານໂພສີ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ແລະ ທ່ານ ບຸນລ້ຳ ສູນດາວົງ, ຢູ່ບ້ານອາ ມອນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ສ່ວນຂອງໃນ ສປປ ລາວ.

No comments:

Post a Comment