Ad

Ad

21 June 2016

ຍົກລະດັບດ້ານຕັດຫຍິບເສື້ອຜ້າໃຫ້ຄູສອນວິຊາຊີບຂອງລາວ

          ຊຸດອົບຮົມວິຊາຊີບໃຫ້ພະນັກງານຄູສອນໃນສາຂາອາຊີບຕັດຫຍິບເສື້ອຜ້າເພດຍິງ ຈຳນວນ 16 ຄົນ, ທີ່ມາຈາກວິທະຍາໄລເຕັກນິກປາກປາສັກ, ສູນພັດທະນາສີມືແຮງ ງານນະຄອນຫລວງວຽງຈັນ, ສູນຝຶກວິຊາຊີບແມ່ຍິງ ແລະ ສະຖາບັນພັດທະນາລາວ-ເກົາຫລີ, ໄດ້ຈັດຂຶ້ນໃນວັນທີ 20-24 ມີຖຸນານີ້, ທີ່ສະຖານບັນພັດທະນາສີ ມືແຮງງານລາວ-ເກົາຫລີ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ມີຜູ້ອຳນວຍ ການສູນ ພັດທະນາສີມືແຮງງານແຂວງໜອງຄາຍ, ຫົວໜ້າສະຖາບັນພັດທະນາສີມື ແຮງງານລາວ-ເກົາຫລີ, ເພື່ອ
ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ຄູສອນວິຊາຊີບດ້ານຕັດຫຍິບຂອງ ລາວໃຫ້ມີຄຸນນະພາບທາງດ້ານສີມື ແລະ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງຕະຫລາດແຮງງານໃນອະນາຄົດ.
          ຊຸດອົບຮົມຄັ້ງນີ້ ດຳເນີນໄປພາຍໃຕ້ໂຄງການ ສ້າງທັກສະສີມື ແຮງງານວິຊາຊີບ ລາວ, ກຳ ປູເຈຍ ແລະ ມຽນມາ”, ຊຶ່ງເປັນໜຶ່ງໃນໂຄງການຮ່ວມມືລະຫວ່າງປະເທດຂອງກະຊວງການຕ່າງປະ ເທດ ແລະ ກະຊວງແຮງງານ ລາຊະອານາຈັກໄທ, ເພື່ອເຮັດໃຫ້ການພັດທະນາຄູຝຶກ ແລະ ຄູສອນໃນໂຮງຮຽນວິຊາຊີບຕ່າງໆ, ໄດ້ພັດທະນາສີມືແຮງງານຂອງຕົນຂຶ້ນອີກເພື່ອສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນອະນາຄົດ.

No comments:

Post a Comment