Ad

Ad

21 June 2016

ກະຊວງແຮງງານປະເມີນຄືນວຽກງານຈັດຕັ້ງ-ພະນັກງານໃນ 5 ປີຜ່ານມາ

          ກອງປະຊຸມວຽກງານຈັດຕັ້ງ ແລະ ພະນັກງານຂອງຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີII, ໄດ້ໄຂຂຶ້ນໃນອາທິດຜ່ານມາ, ທີ່ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນສີ ໂພສີຄຳ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.
ກອງປະຊຸມໄດ້ປະເມີນຄືນການເຄື່ອນໄຫວຈັດຕັ້ງປະຕິບັດທິດທາງແຜນການວຽກງານຈັດຕັ້ງ ແລະ ພະນັກງານໃນ 5 ປີຜ່ານມາ ແລະ ໄດ້ພ້ອມກັນຄົ້ນຄວ້າວາງທິດທາງແຜນການດັ່ງກ່າວໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ມີເນື້ອໃນຄົບຖ້ວນສົມບູນ ເພື່ອເປັນການເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະ ຊອກຫາວິທີການແກ້ໄຂດ້ານອ່ອນຂໍ້ຄົງຄ້າງຂອງວຽກງານຈັດຕັ້ງ ແລະ ພະນັກງານ. ກອງປະຊຸມໄດ້ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ; ສະມາຊິກພັກທຸກສະຫາຍ ແລະ ພະນັກງານທຸກຄົນ ພ້ອມກັນສຸມສະຕິປັນຍາ ແລະ ເປັນ
ເຈົ້າການເພື່ອເຮັດແນວໃດໃຫ້ວຽກງານຈັດຕັ້ງ ແລະ ພະນັກງານໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນ 5 ປີຄັ້ງທີ IV (2016-2020), ໃຫ້ມີຄຸນນະພາບໃໝ່ ແລະ ເຂັ້ມແຂງດີ.

          ໃນໂອກາດນີ້ ສະຫາຍຫົວໜ້າຄະນະຈັດຕັ້ງສູນກາງພັກ ຈັນສີ ໂພສີຄຳ ໄດ້ເນັ້ນບາງບັນຫາສຳຄັນ ຄື: ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການ ຈັດຕັ້ງ ແລະ ແບບແຜນການນຳພາຂອງພັກ; ເພີ່ມທະວີວຽກງານປ້ອງກັນພັກ, ເດັດດ່ຽວຕ້ານການເຊື່ອມຄຸນທາດການເມືອງພາຍໃນພັກ; ກໍ່ສ້າງ ແລະ ປັບປຸງພັກຕ້ອງຖືເອົາຄຸນນະພາບເປັນກົກ, ຮັບເອົາຜູ້ທີ່ດີເດັ່ນ, ມີມາດຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າເປັນສະມາ ຊິກພັກ; ເດັດດ່ຽວເອົາຜູ້ທີ່ເຊື່ອມຄຸນປ່ຽນທາດອອກຈາກ ພັກ; ບູລະນະ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງເພື່ອໃຫ້ທ່ຽມທັນກັບຄວາມຮຽກ ຮ້ອງຕ້ອງການແຫ່ງການນຳພາຂອງພັກແຕ່ລະໄລຍະ; ສົມທົບແໜ້ນລະຫວ່າງການເພີ່ມທະວີການນຳພາຂອງພັກກັບການເຊີດຊູຄວາມສັກສິດໃນການຄຸ້ມຄອງຂອງລັດ, ເສີມຂະຫຍາຍບົດບາດເປັນເຈົ້າການຂອງແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ; ເອົາໃຈໃສ່ວຽກງານກໍ່ສ້າງ, ບຳລຸງ, ຄຸ້ມຄອງ ແລະ ປົກປ້ອງ ພະນັກງານ, ໂດຍໃຫ້ມີການກວດກາປັບປຸງຄືນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນໃຫ້ສອດຄ່ອງກັບໜ້າທີ່ການເມືອງ ແລະ ສະພາບຄວາມເປັນຈິງຂອງຂະແໜງການ, ພ້ອມນີ້ ກໍຕ້ອງໄດ້ກວດກາປັບປຸງຄືນແຜນບຳລຸງສ້າງພະນັກງານໃຫ້ຕິດພັນກັບແຜນກຳນົດ ແລະ ຄວາມຕ້ອງການຕົວຈິງຂອງໜ້າທີ່ວຽກງານ; ການຈັດວາງສັບຊ້ອນພະນັກ ງານ ກໍຕ້ອງຮັບປະກັນໃຫ້ຕິດພັນກັບການຕີລາຄາພະນັກງານ ແລະ ຄວາມສາມາດຕົວຈິງຂອງພະນັກງານ, ຫຼີກເວັ້ນທີ່ສຸດຕໍ່ທ່າອ່ຽງຈັດວາງ, ຊັບຊ້ອນພະນັກງານຕາມທັດສະ ນະອາລົມຈິດໃຈຂອງກຸ່ມກ້ອນ ແລະ ບຸກຄົນ. ຫລັງຈາກນັ້ນໃຫ້ຕິດຕາມ, ຄຸ້ມຄອງ, ສຶກສາອົບຮົມ ແລະ ສ້າງພະນັກງານຢູ່ກັບທີ່ ແລະ ນຳສົ່ງລົງເຄື່ອນໄຫວຢູ່ຂັ້ນຮາກຖານກັບຂະບວນການຕົວຈິງຂອງມະຫາຊົນ, ເພື່ອຍົກສູງຄວາມສາມາດໃນການເຮັດວຽກຕົວຈິງໃຫ້ນັບມື້ນັບສູງຂຶ້ນ.

No comments:

Post a Comment