Ad

Ad

21 June 2016

ທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍກວ່າ 1 ພັນຄົນ

          ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກໃຫ້ຮູ້ວ່າ: ຈາກການເຝົ້າລະວັງພະຍາດໄຂ້ເລືອກປີນີ້ເຖິງວ່າຈະບໍ່ມີການລະບາດໃຫຍ່, ແຕ່ມາຮອດປັດຈຸບັນມີຈຳ ນວນຜູ້ຕິດເຊື້ອແມ່ນມີອັດຕາທີ່ສູງ ແລະ ຮ້າຍແຮງຖ້າທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາຄື: ນັບແຕ່ເດືອນມັງກອນມາຮອດປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກແລ້ວຫຼາຍກວ່າ 1077 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 7 ຄົນ, ໃນນັ້ນແຂວງທີ່ມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ແມ່ນ ຈຳປີສັກ 596 ກໍລະນີ ແລະ ເສຍຊີວິດ 6 ຄົນ, ບໍລິຄຳໄຊ 80 ກໍລະນີ, ນະຄອນຫຼວງວຽງຈັນ 78 ກໍລະນີ, ເຊກອງ 62 ກໍລະນີ, ອັດຕະປີ 51 ກໍລະນີ, ຫຼວງພະ
ບາງ 51, ຄຳມ່ວນ 45 ກໍລະນີ, ສາລະວັນ 34 ກໍລະນີ, ເສຍຊີວິດ 1 ຄົນ, ສະຫວັນນະເຂດ 33 ກໍລະນີ, ອຸດົມໄຊ 21 ກໍລະນີ, ຫຼວງ ນ້ຳທາ 19 ກໍລະນີ, ສ່ວນແຂວງ
ອື່ນໆນັ້ນກໍເຫັນວ່າມີຈຳນວນຜູ້ຕິດເຊື້ອຢູ່, ແຕ່ເຖິງຢ່າງໃດກໍຕາມປັດຈະບັນພາກສ່ວນກ່ຽວຂ້ອງພວມເລັ່ງຄວບຄຸມພະຍາດດັ່ງກ່າວ, ໂດຍສະເພາະຢູ່ແຂວງທີ່ມີຈຳນວນຜູ້ຕິດເຊື້ອຫຼາຍ ແລະ ເຂດທີ່ມີຄວາມສ່ຽງຕ່າງໆ, ໂດຍການປະສານສົບທົບກັບອຳນາດການປົກຄອງທ້ອງຖິ່ນກຳຈັດແຫຼ່ງເພາະພັນຂອງຍຸງລາຍທີ່ເປັນພາຫະນຳເຊື້ອ,ພ້ອມກັນນັ້ນເມື່ອມໍ່ໆມານີ້ພາກລັດຖະບານກໍຄືກະຊວງສາທາລະນະສຸກໄດ້ອະນຸມັດເງິນຈຳນວນໜຶ່ງເພື່ອຮັບໃຊ້ໃນວຽກງານດັ່ງກ່າວ, ແຕ່ເຖິງຢ່າງໃດກໍຕາມເພື່ອເປັນການສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວເກີດລະບາດຂື້ນອີກດັ່ງທີ່ເຄີຍເປັນມາແລ້ວນັ້ນທຸກສຄົນຕ້ອງເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ, ດ້ວຍການປະຕິບັດຕາມຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດຄື: 1 ປິດຝາພາຊະນະທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່, 2 ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ, 3 ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ, 4 ປັບປຸງບໍ່ໃຫ້ມີນ້ຳຄ້າງ, ຂັງກະໂປະກະປ໋ອງ, ຮາງ ລິນ ແລະ ຢ່າງຕີນລົດເກົ່າ, 5 ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ, ພ້ອມນັ້ນກໍຕ້ອງເອົາໃຈໃສ່ປ້ອງກັນພະຍາດຕາມລະດູການຕ່າງຄື: ພະຍາດລະບົບທາງເດີນຫາຍໃຈ, ພະຍາດຈາກຕິດຕໍ່ຈາກສັດສູ່ຄົນ, ໄຂ້ຫວັດ, ໄຂ້ອອກຕຸ່ມໝາກໃສ, ພະຍາດຖອດທ້ອງ ແລະ ພະຍາດອື່ນໆ, ດ້ວຍປະຕິບັດຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ, ເນື່ອງຈາກປັດຈຸບັດສະພາບອາການເລີ່ມມີການປ່ຽນແປງ (ເລີ່ມກ້າວເຂົ້າສູ່ລະດູຝົນ ) ອັດຈະເປັນເງື່ອນໄຂກໍ່ໃຫ້ເກີດພະຍາດດັ່ງກ່າວໄດ້ງ່າຍ, ດັ່ງນັ້ນ ຍິ່ງຈະຕ້ອງເພີ່ມທະວີເຝົ້າລະວັງ ແລະ ເອົາ ໃຈໃສ່ຕ້ອງພະຍາດດັ່ງກ່າວໃຫ້ມີປະສິດທິຜົນສູງ.

No comments:

Post a Comment