Ad

Ad

21 June 2016

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພອອກແຈ້ງການ ເພີ່ມທະວີວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ດີ

          ເມື່ອມໍ່ໆມານີ້, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພໄດ້ອອກແຈ້ງການລະບັບເລກທີ 340/ກຕພ  ລົງວັນທີ 7 ມິຖຸນາ 2016 ເຖິງພະແນກຕຳຫຼາດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນ ຫຼວງ ແລະ ບັນດາແຂວງໃນທົ່ວປະເທດ,ໃຫ້ເອົາໃຈໃສ່ເພີ່ມທະວີໃນການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານອັກຕີໄພ ແລະ ຫັນເອົາລະບຽບແບບການຄຸ້ມຄອງຊີ້ນຳມະຫາພາກຕາມສາຍຕັ້ງໃນລະບົບເພື່ອກຽມປ້ອງກັນກອງປະຊຸມສຸດຍອດອາຊຽນທີ່ ສປປລາວເປັນເຈົ້າພາບ,ຊຶ່ງຈະຈັດຂື້ນໃນທ້າຍປີ 2016 ນີ້,.ດັ່ງລາຍລະອຽດຄື:

     1. ຈັດຕັ້ງກຽມພ້ອມດ້ານກຳລັງ ແລະ ພາຫະນະ-ອຸປະກອນເຂົ້າປະຈຳການສູ້ຮົບຕະຫລອດ 24 ຊົ່ວໂມງ.
     2. ສ້າງແຜນເຝິກຊ້ອມກຳລັງສະກັດກັ້ນ ແລະ ແກ້ໄຂເຫດການສຸກເສີນທີ່ອາດຈະເກີດຂຶ້ນລ່ວງໜ້າໃຫ້ມີຄວາມຊຳນິຊຳນານໃນການປະຕິບັດໜ້າທີ່.
    - ສຳລັບຢູ່ນະຄອນຫລວງວຽງຈັນ ກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພສົມທົບກັບພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງ ສ້າງເປັນແຜນອັນດຽວກັນ ເພື່ອຮອງຮັບແກ້ໄຂສະພາບເຫດການທີ່ເກີດຂຶ້ນໃຫ້ທັນເວລາ.
    3. ຮ່າງແຜນວາດ, ກຳນົດຈຸດທີ່ມີຄວາມອັນຕະລາຍ ແລະ ມີຄວາມສ່ຽງຕໍ່ການເກີດອັກຄີໄພ.
    4. ຈັດຕັ້ງລົງກວດກາ, ໂຄສະນາ, ເຝິກອົບຮົມການສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ບັນດາສຳນັກງານ-ອົງການ, ໂຮງຈັກ, ໂຮງງານ ແລະ ຄຸ້ມບ້ານປະຊາຊົນ ເພື່ອໃຫ້ເຂົາເຈົ້າມີສະຕິລະວັງຕົວເປັນເຈົ້າຕົນເອງໃນການປົກປັກຮັກສາຊັບສົມບັດ, ຊີວິດຂອງຕົນເອງ ແລະ ຄອບຄົວ; ຮັບປະກັນໃນໄລຍະກອງປະຊຸມໃຫ້ມີຄວາມປອດໄພດ້ານອັກຄີໄພ 100%.
    5. ຄຸ້ມຄອງ ແລະ ປະກອບກຳລັງວິຊາສະເພາະສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອຮັບຮອງໃນການນຳໃຊ້ພາຫະນະ-ອຸປະກອນມອດໄຟ ແລະ ກູ້ໄພ ໃຫ້ຖືກຕ້ອງເໝາະສົມ ແລະ ພຽງພໍ.
    6. ຈັດຕັ້ງກວດກາ, ຄຸ້ມຄອງຮັກສາ ແລະ ນຳໃຊ້ພາຫະນະ-ອຸປະກອນມອດໄຟ ແລະ ກູ້ໄພໃຫ້ເປັນປົກກະຕິ ແລະ ມີຄວາມຮັບປະກັນໃນເວລາອອກປະຕິບັດໜ້າທີ່.
    7. ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງເຮັດວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ເມື່ອມີໄຟໄໝ້ເກີດຂຶ້ນຕ້ອງສຸມໃສ່ຊີ້ນຳບັນຊາຕ້ານອັກຄີໄພໃຫ້ວ່ອງໄວທັນເວລາ; ກໍລະນີໄຟໄໝ້ໃຫຍ່ບໍ່ສາມາດດັບມອດໄຟໄດ້ ຕ້ອງລາຍງານຂໍທິດຊີ້ນຳຈາກຂັ້ນເທິງ ເພື່ອລະດົມກຳລັງຊ່ວຍເຫລືອແກ້ໄຂ.
    8. ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ປະຕິບັດລະບົບການສ່ອງແສງລາຍງານໃຫ້ກົມ.
    - ລາຍງານສະພາບອັກຄີໄພທີ່ເກີດຂຶ້ນປະຈຳອາທິດຢູ່ໃນຂອບເຂດຮັບຜິດຊອບຂອງຕົນໃຫ້ກົມ, ໃນເວລາ 14 ໂມງ 00 ນາທີ ຂອງທຸກວັນ.
    - ລາຍງານສະພາບອັກຄີໄພທີ່ເກີດຂຶ້ນປະຈຳອາທິດຢູ່ໃນຂອບເຂດຮັບຜິດຊອບຂອງຕົນໃຫ້ກົມ, ໃນທຸກວັນຈັນ ເວລາ 8 ໂມງ 30 ນາທີ.
    - ສະຫລຸບລາຍງານສະພາບການເຄື່ອນໄຫວວຽກງານປະຈຳເດືອນຂອງພະແນກຕົນໃຫ້ກົມ, ລະ ຫວ່າງວັນທີ 20-25 ຂອງທຸກເດືອນ (ການສະຫລຸບແມ່ນເນັ້ນໜັກໃສ່ສະພາບດ້ານອັກຄີໄພ, ກຳລັງພົນ ແລະ ພາຫະນະ-ອຸປະກອນມອດໄຟ ແລະ ກູ້ໄພ).
    - ສະຫລຸບລາຍງານສະພາບການເຄື່ອນໄຫວວຽກ ແລະ ທິດທາງແຜນການປະຈຳໄຕມາດ, ປະຈຳ 6 ເດືອນ, ປະຈຳປີ ຂອງພະແນກຕົນໃຫ້ກົມເປັນປົກກະຕິ.
    ສະເພາະພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫລວງວຽງຈັນ, ຖ້າມີການ ລວມສະຫລຸບປະຈຳ 1 ເດືອນ, ປະຈຳໄຕມາດ, ປະຈຳ 6 ເດືອນ, ປະຈຳປີ ໃຫ້ເຊີນຕາງໜ້າກົມຕຳ ຫລວດສະກັດກັ້ນ ແລະ ຕ້ານອັກຄີໄພເຂົ້າຮ່ວມນຳ.

     ດັ່ງນັ້ນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມຮັບປະກັນດ້ານປະລິມານ ແລະ ຄຸນນະພາບ ກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ອອກແຈ້ງການສະບັບນີ້ມາຍັງພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພບັນດາແຂວງ, ນະຄອນຫລວງ ໃນຂອບເຂດທົ່ວປະເທດ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

No comments:

Post a Comment