Ad

Ad

13 June 2016

ໂຮມຊຸມນຸມຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດ

ພິທີໂຮມຊຸມນຸມຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດໄດ້ຈັດຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍມີສະຫາຍ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ສະຫາຍ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ການນໍາຂັ້ນສູງພັກ-ລັດ, ຜູ້ແທນສູນກາງແນວລາວສ້າງຊາດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫລວງຫລາຍ.

ສະຫາຍ ອານຸພາບ ຕຸລາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ ໄດ້ກ່າວຄຳເຫັນໃນພິທີວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງແນວລາວສ້າງຊາດ ແມ່ນເຫດການການເມືອງທີ່ສໍາຄັນໃນຂະບວນວິວັດແຫ່ງການກໍາເນີດເຕີບໃຫຍ່ ແລະ ຂະຫຍາຍຕົວຂອງພັກເຮົາຕະຫລອດໄລຍະ 66 ປີ ເປັນບາດລ້ຽວສໍາຄັນແຫ່ງການກ້າວເດີນຂອງປະເທດຊາດ ແລະ ປະຊາຊົນເຮົາໃນໄລຍະໃໝ່ ເຊິ່ງຕະ
ຫລອດໄລຍະ 5 ປີ ຜ່ານມາສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ: ອັນສໍາຄັນທີ່ເປັນພື້ນຖານແມ່ນຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການປົກປັກຮັກສາໄວ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະ ຊາຊົນມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວດ້ວຍຈັງຫວະໄວ,ຕໍ່ເນື່ອງ ແລະ ໝັ້ນທ່ຽງ ສະເລ່ຍໃນ 5 ປີບັນລຸ 7,9% ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸ 1.970 ໂດລາ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຫລຸດລົງຢ່າງຈະແຈ້ງຍັງເຫລືອປະມານ 5%, ພ້ອມນີ້ກອງປະຊຸມໄດ້ເປັນເອກະພາບໃນລະດັບສູງຮັບຮອງເອົາການສະຫລຸບບົດຮຽນ 6 ປະການ, ທີ່ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງຜູ້ແທນທົ່ວປະເທດໃນໄລຍະ 5 ປີຜ່ານມາ ກໍຄື 30 ປີແຫ່ງການປ່ຽນແປງໃໝ່ເພື່ອເປັນພື້ນຖານການສືບຕໍ່ເພີ່ມເຕີມເສີມຂະຫຍາຍຢ່າງກ້າຫານປະດິດສ້າງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນອກນີ້ບັນດາຜູ້ແທນກອງປະຊຸມໄດ້ເປັນເອກະພາບທີ່ຈະສືບຕໍ່ນໍາພາປະເທດຊາດກ້າວຂຶ້ນສູ່ຄວາມຈະເລີນວັດທະນາ, ພາຍໃຕ້ຄໍາຂັວນ ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ, ເພີ່ມທະວີມະຫາສາມັກຄີທົ່ວປວງຊົນທັງຊາດ; ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບ ດ້ານທີ່ມີຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ”, ໂດຍໄດ້ກໍານົດວິໄສທັດ ແລະ ຍຸດທະສາດພັດທະນາປະເທດຊາດຮອດປີ 2030, 2025 ແລະ ວາງຄາດໝາຍສູ່ຊົນ ສໍາລັບແຕ່ປີ 2016 ຮອດປີ 2020.

No comments:

Post a Comment