Ad

Ad

13 June 2016

ສໍາເລັດການຍົກລະດັບທັກສະການສະເໜີຂ່າວເດັ່ນໃຫ້ສື່ມວນຊົນລາວ

ພິທີປິດຊຸດອົບຮົມການເພີ່ມທັກສະການສະເໜີຂ່າວພົ້ນເດັ່ນໃຫ້ແກ່ສື່ມວນຊົນລາວຈາກຫລາຍພາກສ່ວນ ໃນຫົວຂໍ້ ທັກສະການໂຄສະນາ ແນວທາງການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມໄດ້ມີຂຶ້ນໃນທ້າຍອາທິດຜ່ານມາ, ພາຍຫລັງດຳເນີນມາເປັນເວລາ 5 ວັນແຕ່ວັນທີ 6-10 ມີຖຸນານີ້, ທີສະຖາບັນສື່ມວນຊົນ, ໂດຍການເຂົ້າຮ່ວມຂອງທ່ານ ວິໄລທອງ ສີຊານົນ, ຫົວໜ້າສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ  ແລະ ທ່ານ ວູແທັງເຊີນ, ຮອງຫົວໜ້າກົມສື່ມວນຊົນ, ກະຊວງຖະແຫລງຂ່າວ ແລະການ ສື່ສານ ສສ ຫວຽດນາມ.

ເຊິ່ງການຝຶກອົບຮົມດັ່ງການ ເຮັດໃຫ້ສຳມະນາກອນຮັບຮູ້ເຖິງພາລະບົດບາດ, ຄວາມສຳຄັນ ແລະ ຄວາມຈຳເປັນກ່ຽວກັບແນວທາງນະໂຍບາຍຂອງພັກ ທີ່ມີຕໍ່ວຽກງານສື່ມວນຊົນ, ພ້ອມທັງເຮັດໃຫ້ບັນດາສຳມະນາກອນ ກຳໄດ້ວິທີເລືອກເຟັ້ນ, ຄັດຈ້ອນເອົາປະເດັນບັນຫາທີ່ສຳຄັນກ່ຽວແນວທາງນະໂຍບາຍຂອງພັກ ແລະ ເນື້ອໃນວຽກງານຂະແໜງການຕ່າງໆ ມາຕັ້ງເປັນຫົວຂໍ້ ແລະ ໂຄງປະ ກອບຂອງຂ່າວຢ່າງເປັນລະບົບເພື່ອຮັບປະກັນນໍາໃຊ້ໃຫ້ຖືກຕ້ອງ ແລະ ສ່ອດຄ່ອງກັບຄວາມເປັນຈິງຂອງການພັດທະນາປະເທດຂອງພວກເຮົາດີຂຶ້ນໄປເລື້ອຍໆ.

No comments:

Post a Comment