Ad

Ad

5 July 2016

ສະຫລອງວັນຊາດອາເມລິກາຄົບຮອບ 240 ປີ

    ໃນຕອນຄໍ່າວັນທີ 4 ກໍລະກົດນີ້, ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວ ແດນຽວ ເອ ຄລູນ ໄດ້ຈັດງານລ້ຽງສະເຫລີມສະຫລອງວັນປະກາດເອກະລາດສະຫະລັດອາເມລິກາຄົບ ຮອບ 240 ປີ (4 ກໍລະກົດ 1776-4 ກໍລະກົດ 2016) ຂຶ້ນທີ່ນະຄອນຫລວງວຽງຈັນ ບ້ານວັດນາກ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະເຫລີມໄຊ ກົມມະສິດ, ມີບັນດາລັດຖະມົນຕີ, ທູຕານຸທູດ ແລະ ແຂກຖືກເຊີນເຂົ້າຮ່ວມຈຳນວນຫລາຍ.
     ໃນໂອກາດດັ່ງກ່າວ, ທ່ານທູດອາເມລິກາ ໄດ້ມີຄຳເຫັນວ່າ: ປັດຈຸບັນ ສາຍພົວພັນລະຫວ່າງ ລາວ ແລະ ສະຫະລັດອາເມລິກາ ພວມໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຂຶ້ນເທື່ອລະກ້າວ, ພິເສດການຈະມາຢ້ຽມຢາມ ສປປ ລາວ ຂອງທ່ານປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນກັນຍາ 2016 ນີ້ ເປັນການຢ້ຽມຢາມຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນຂອງປະທານາທິບໍດີສະຫະລັດອາເມລິກາ ແລະ ເປັນປະຫວັດສາດສຳຄັນໃນການ
ເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ ແລະ ພິເສດແມ່ນຜົນສຳເລັດຂອງກອງປະຊຸມລະຫວ່າງສະຫະລັດອາເມລິກາ ແລະ ອາຊຽນທີ່ຈັດຂຶ້ນທີ່ລັດກາລິຟໍເນຍ ໃນຕົ້ນປີນີ້ ໄດ້ຢັ້ງຢືນໃຫ້ເຫັນການພົວພັນອັນແໜ້ນແຟ້ນລະຫວ່າງອາເມລິກາ ແລະ ສປປ ລາວ, ພວກເຮົາຍັງຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ບໍ່ວ່າຈະແມ່ນການເປັນປະທານອາຊຽນໃນປີນີ້ ແລະ ຕໍ່ໜ້າ. ປັດຈຸບັນ ສະຫະລັດອາເມລິກາໄດ້ປະກອບສ່ວນຫລາຍກວ່າ 50 ລ້ານໂດລາສະຫະລັດຕໍ່ປີ ເພື່ອຊ່ວຍເຫລືອລາວ ໃນຂົງເຂດວຽກງານໂພຊະນາການ, ສາທາລະນະສຸກ, ການສຶກສາ, ການຄ້າ, ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ພິເສດພວກເຮົາຍັງໄດ້ສ້າງບາດກ້າວການຮ່ວມມືອັນສຳຄັນໃນວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ແລະ ການຊອກຫາສິ່ງເສດເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

    ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ກ່າວວ່າ: ປັດຈຸບັນ ພວກເຮົາພວມຂຽນປະຫວັດສາດໜ້າໃໝ່ຂອງສາຍພົວພັນລະຫວ່າງ ສປປ ລາວ ແລະ ອາເມລິກາ ເພື່ອພ້ອມກັນກ້າວຂຶ້ນສູ່ອະນາຄົດອັນສົດໃສ.

No comments:

Post a Comment