Ad

Ad

5 July 2016

ຫາລືກຽມຄວາມພ້ອມກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງທີ 49

            ກົມອາຊຽນກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປືກສາຫາລື ແລະ ອະທິບາຍກ່ຽວ ກັບການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ຈະຈັດຂຶ້ນວັນທີ 21-26 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ, ໃຫ້ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນກ່ຽວຂ້ອງ ຜູ້ມີສໍານັກງານຕັ້ງຢູ່ ສປປ ລາວ, ບາງກອກ, ຮ່າໂນ່ຍ ແລະ ກົວລາລໍາເປີ ໃຫ້ຮັບຮູ້, ເຂົ້າໃຈແຈ້ງຕື່ມ. ເພື່ອປະສານງານໄປຍັງປະເທດຂອງຕົນ ກ່ຽວກັບການກະກຽມຄວາມພ້ອມ ໃນດ້ານຕ່າງໆເປັນຕົ້ນແມ່ນດ້ານພະລາທິການ, ດ້ານພິທີການ, ການຮັກສາຄວາມປອດໄພ, ການຄຸ້ມຄອງບັນດາສື່ມວນຊົນຕ່າງປະ ເທດ ແລະ ດ້ານອື່ນໆ.         

            ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດນີ້, ຢູ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ
ທ່ານຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ, ໃນໂອກາດນີ້, ບັນດາ ອະນຸກໍາມະການກອງເລຂາ ແລະ ອະນຸກໍາມະການພິທີການໄດ້ນໍາຜູ້ເຂົ້າຮ່ວມກອງປະຊຸມໄປຢ້ຽມຊົມ ແລະ ກວດກາຄວາມພ້ອມຂອງສະຖານທີ່ຫ້ອງປະຊຸມທີ່ຈະນໍາໃຊ້ເຂົ້າໃນການຈັດກອງປະຊຸມໃນຄັ້ງນີ້.

No comments:

Post a Comment