Ad

Ad

1 July 2016

ມີຜູ້ເສຍຊີວິດ 8 ຄົນຈາກອຸປະຕິເຫດໃນ 8 ວັນຜ່ານມາ

          ນັບແຕ່ທ້າຍອາທິດຜ່ານມາ, ທົ່ວນະຄອນຫລວງວຽງຈັນ ໄດ້ມີອຸປະຕິເຫດເກີດຂຶ້ນ ຫລາຍກວ່າ 30 ກໍລະນີ, ໂດຍສ່ວນໃຫຍ່ແມ່ນລົດຈັກຕຳກັບລົດຈັກ, ຍ້ອນຄວາມມືນເມົາ, ຂາດສະຕິ, ບໍ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ. ຊຶ່ງນັບແຕ່ວັນທີ 23-30 ມີຖຸນານີ້, ແມ່ນມີຜູ້ເສຍຊີວິດ 8 ຄົນ, ຖືວ່າເປັນໂຕເລກທີ່ບໍ່ເພີ່ງປາຖະໜາເລີຍ, ໂດຍສະເພາະວັນທີ 25 ມີຖຸນາຜ່ານມາ, ມີອຸປະຕິເຫດເກີດຂຶ້ນເກືອບ 10 ກໍລະນີ, ໃນນັ້ນ ມີຜູ້ເສຍຊີວິດ 3 ຄົນ, ໃນມື້ດຽວກັນ, ສະນັ້ນ ຈຶ່ງຂໍໃຫ້ນັກຂັບຂີ່ທຸກຄົນ, ເພີ່ມທະວີຄວາມມີສະຕິ ລະມັດລະວັງໃນການຂັບຂີ່, ພ້ອມທັງປະຕິບັດກົດລະບຽບຈະລາຈອນຢ່າງເຄັ່ງຄັດ, ໂດຍສະເພາະ ຜູ້ຂັບຂີ່ລົດຈັກ ກໍຕ້ອງໃສ່ໝວກກັນກະທົບທຸກຄັ້ງເມື່ອຂັບຂີ່ລົດ, ກວດກາເບິ່ງສະພາບເຕັກນິກລົດໃຫ້ດີກ່ອນຈະອອກເດີນທາງ ແລະ ຂັບຂີ່ຢ່າງມີຄຸນສົມບັດລະ ບຽບວິໃນ ເພື່ອຮັບປະກັນຄວາມເປັນລະບຽບປອດໄພ ແລະ ຫລີກເວັ້ນຈາກອຸປະຕິເຫດທີ່ຈະຕາມມາ.

No comments:

Post a Comment