Ad

Ad

1 July 2016

ຕຳຫລວດຈຳປາສັກເລັ່ງຕິດຕາມຄາດຕະກອນຂ້າຊາຍຄົນໜຶ່ງຢູ່ຫ້ອງເຊົ່າໃນເມືອງປາກເຊ

         ເຈົ້າໜ້າທີ່ ປກສ ເມືອງປາກເຊ ແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ໃນວັນທີ 23 ມິຖຸນາ 2016 ໄດ້ເກີດເຫດຊາຍໜຸ່ມຄົນໜຶ່ງເສຍຊີວິດໃນຫ້ອງເຊົ່າ ບ້ານຈັດສັນ ເມືອງປາກເຊ ຍ້ອນຖືກຄາດຕະກຳ ເຊິ່ງຜູ້ຕາຍຊື່ທ້າວ ພູຜ່ານ ອາຍຸ 32 ປີ ຢູ່ບ້ານ-ເມືອງເຊໂນ ແຂວງສະຫວັນນະເຂດ ໂດຍສະພາບສົບແມ່ນຖືກຂອງມີຄົມແທງບໍລິເວນຄໍ ແລະ ຕາມຕົວຫລາຍຈຸດ. ນອກຈາກນີ້ ຢູ່ໃນຈຸດເກີດເຫດຍັງພົບຮ່ອງຮອຍການຕໍ່ສູ້ ແລະ ມີຊັບສິນຈຳນວນໜຶ່ງຂອງຜູ້ເສຍຊີວິດຕົກເຮ່ຍອີກດ້ວຍ.
           ຕາມການສອບຖາມຜູ້ອາໄສຢູ່ໃກ້ຄຽງຮູ້ວ່າ: ໃນເວລາປະມານ 22:00 ໂມງ ຂອງວັນທີ 22 ມິຖຸນາ 2016 ແມ່ນໄດ້ຍິນສຽງຜູ້ຕາຍຜິດຖຽງກັນກັບຜູ້ຊາຍຄົນໜຶ່ງໃນຫ້ອງ ແຕ່ບໍ່ຮູ້ວ່າແມ່ນໃຜ ແລະ
ຮອດຕອນເຊົ້າຂອງມື້ຕໍ່ມາບໍ່ປາກົດເຫັນທ້າວ ພູຜ່ານ ອອກມາຈາກຫ້ອງ ຈຶ່ງໄດ້ໄປເຄາະປະຕູ ເພື່ອສອບຖາມແຕ່ບໍ່ມີສຽງຕອບຮັບ ຈຶ່ງງັດປະຕູຫ້ອງເຂົ້າໄປແລ້ວພົບເຫັນຜູ້ກ່ຽວນອນຈົມກອງເລືອດເສຍຊີວິດ.

           ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຕິດຕາມຄາດຕະກອນໃຈໂຫດກໍ່ເຫດຄາດຕະກຳຄັ້ງນີ້ມາດຳເນີນຄະດີໂດຍໄວ.

No comments:

Post a Comment