Ad

Ad

1 July 2016

ປກສ ແຂວງຄຳມ່ວນ ເຜີຍຜົນການສືບສວນກໍລະນີເຫດລົດເມລະເບີດຈົນມີຜູ້ເສຍຊີວິດຈຳນວນຫລາຍ

ພາບ-ຂ່າວ : ຫນັງສືພິມ ປກສ
    ທ່ານຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພັນເອກ ແກ້ວດາວົງ ໄຊຍະແສງ ໄດ້ຖະ ແຫລງຜົນການສືບສວນ-ສອບສວນກໍລະນີເຫດລົດເມໂດຍສານລະຫວ່າງປະເທດ ລາວ-ຫວຽດນາມ ໝາຍເລກທະບຽນ ບກ 3897 ກຳແພງນະຄອນ ເຊິ່ງແມ່ນທ້າວ ຫວຽນດຶກຕູ່ ອາຍຸ 26 ປີ ສັນຊາດຫວຽດນາມ ຢູ່ແຂວງແງະອານ ສສ ຫວຽດນາມ ເປັນຄົນຂັບ ແລະ ມີຜູ້ໂດຍສານນັ່ງມານຳລົດ 17 ຄົນ ພ້ອມບັນທຸກສິນຄ້າມາເຕັມລົດ ໄດ້ເກີດລະເບີດຢ່າງຮຸນແຮງຢູ່ເສັ້ນທາງເລກ 13B ຫ່າງຈາກດ່ານສາກົນນາເພົ່າ-ຈໍຫລໍ່ ເຂດບ້ານຫລົງຄັງ ເມືອງບົວລະພາ ແຂວງຄຳມ່ວນ ຈົນເຮັດໃຫ້ຜູ້ໂດຍສານນັ່ງມານຳລົດເສຍຊີວິດຄາທີ່ 8 ຄົນ ແລະ ບາດເຈັບຈຳນວນໜຶ່ງ ເຊິ່ງເຫດການດັ່ງກ່າວເກີດຂຶ້ນເມື່ອເວລາປະມານ 5:00 ໂມງເຊົ້າ ຂອງວັນທີ 2 ມິຖຸນາ 2016.

            ທ່ານຫົວໜ້າກອງບັນຊາການແຂວງຄຳມ່ວນ ກ່າວວ່າ: ພາຍຫລັງຈັດກຳລັງເຈົ້າໜ້າທີ່ລົງກວດກາສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນຫລັກຖານຢ່າງລະອຽດຮູ້ວ່າ: ເຫດການດັ່ງກ່າວບໍ່ແມ່ນການກໍ່ການຮ້າຍຄືດັ່ງເປັນຂ່າວລືໃນສື່ສັງຄົມອອນລາຍ, ແຕ່ມັນເກີດຂຶ້ນຍ້ອນໝາກກະໂພກທີ່ມີຈຳນວນ 3 ເປົາ ເທົ່າກັບ 6 ພັນໜ່ວຍ ທີ່ລົດຄັນດັ່ງກ່າວຫລັກລອບຂົນສົ່ງ ເຊິ່ງເປັນສິນຄ້າທີ່ບໍ່ຖືກ ຕ້ອງຕາມລະບຽບກົດໝາຍ. ນອກຈາກນີ້ ຍັງມີໄມ້ລູກຕິ່ງ ບໍລິມາດປະມານ 4 ຄິວ ທີ່ຊຸກເຊື່ອງມານຳລົດຄັນດັ່ງກ່າວ.
           ຜ່ານການສືບສວນ-ສອບສວນ ທ້າວ ຫວຽນດຶກຕູ່ ຜູ້ຂັບລົດ ແລະ ແອດລົດຊື່ທ້າວ ຫວຽນວັນໂດ ອາຍຸ 20 ປີ ທີ່ລອດຊີວິດ ຮັບສາລະພາບວ່າ: ພວກຕົນໄດ້ແລ່ນລົດໂດຍສານມາແຕ່ປີ 2015 ໃນເສັ້ນ ທາງແຕ່ນະຄອນຫລວງວຽງຈັນຫາແງະອານ. ໃນມື້ເກີດເຫດໄດ້ຂັບລົດໄປແວ່ເອົາໝາກກະໂພກຈຳ ນວນດັ່ງກ່າວທີ່ພວກຕົນຊື້ໄວ້ຢູ່ສະຖານີລົດໂດຍສານທ່າແຂກ ແລະ ໄດ້ແວ່ເອົາໄມ້ລູກຕິງທີ່ເກັບຊື້ນຳປະຊາຊົນແບບຜິດກົດໝາຍຢູ່ເຂດເມືອງຍົມມະລາດ ເພື່ອຈະເອົາເມືອຫວຽດນາມ ແຕ່ສຸດທ້າຍກໍເກີດເຫດການເສົ້າດັ່ງກ່າວ.

           ຈາກເຫດການທີ່ບໍ່ເພິ່ງປາດຖະໜາດັ່ງກ່າວ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ທຸກພາກສ່ວນຕ້ອງເພີ່ມທະວີຄວາມເປັນເຈົ້າການຕິດຕາມກວດກາຜູ້ປະກອບການທຸລະກິດຂົນສົ່ງໂດຍສານຂົນສົ່ງສິນຄ້າຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ກຸ່ມຄົນບໍ່ດີສວຍໃຊ້ຊ່ອງວ່າງໃນການກະທຳຜິດເຄື່ອນຍ້າຍສິ່ງຜິດກົດໝາຍຕ່າງໆ.

No comments:

Post a Comment