Ad

Ad

1 July 2016

ຈົ່ງມີສະຕິໃນການຂັບຂີ່ໄລຍະລະດູຝົນ

          ກົມຕຳລວດຈະລາຈອນໃຫ້ຮູ້ວ່າ: ເນື່ອງຈາກປັດຈຸບັນສະພາບອຸປະຕິເຫດບົນທ້ອງຖະໜົນເກີດຂື້ນຢ່າງລຽນຕິດອັນໄດ້ສ້າງຄວາມສູນເສຍນັບທັງຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ,ບວກກັບປັດຈຸບັນສະພາບອາກາດໄດ້ກ້າວເຂົ້າສູ່ລະດູຝົນແລ້ວ ແລະ ເສັ້ນທາງຫຼາຍສາຍກໍຢູ່ໃນສະພາບບໍ່ດີເປັນບວກ,ຂຸມ ແລະ ມື່ນ,ຈຶ່ງອາດເຮັດໃຫ້ເກີດອຸປະຕິເຫດໄດ້ງ່າຍດັ່ງນັ້ນຈຶ່ງເຕືອນໃຫ້ນັກຂັບຂີ່ທຸກຄົນຈົ່ງເພີ່ມຄວາມມີສະຕິລະວັງຕົວໃນການຂັບຂີ່ໃຫ້ສູງຂື້ນໂດຍສະເພາະແມ່ນເວລາທີ່ມີຝົນຕົກ-ລົມແຮງແມ່ນໃຫ້ຄ່ອຍໄປຄ່ອຍມາເພື່ອຫຼີກລ່ຽງການເກີດອຸປະຕິເຫດດັ່ງທີ່ເຄີຍເປັນມາ.

          ພະແນກຈະລາຈອນນະຄອນຫຼວງວຽງຈັນໃຫ້ຮູ້ອີກວ່າ: ໃນອາທິດຜ່ານມາສະເພາະຢູ່ນະຄອນຫຼວງວຽງຈັນມີອຸຸປະຕິເຫດເກີດຂື້ນເຖິງ 32 ກໍລະນີ ,ໃນນັ້ນມີຜູ້ເສຍຊີວິດ 2 ຄົນແລະ ບາດເຈັບເປັນຈຳນວນຫຼາຍ.

No comments:

Post a Comment