Ad

Ad

1 July 2016

ອັດຕາດອກເບ້ຍຫຼຸດລົງ ສົ່ງຜົນຫຍັງດີແນວໃດຕໍ່ເສດຖະກິດ

ໂດຍ: ສົມອົກ ເຄນຄໍາແພງ
          ຫຼາຍຄົນຄົງຮູ້ກັນດີແລ້ວວ່າ ເມື່ອອັດຕາອອກເບ້ຍຂອງທະນາຄານຫຼຸດລົງແລ້ວ ແນ່ນອນວ່າມັນຈະມີຜົນດີຕໍ່ຜູ້ປະກອບການຕ່າງໆທີ່ຕ້ອງການເງິນທຶນດອກເບ້ຍຕໍາເພື່ອໄປລົງທຶນ;   ຜ່ານມາອັດຕາດອກເບ້ຍເງິນກູ້ທີ່ຜູ້ປະກອບການຕ່າງໆເຄີຍຈ່າຍໃຫ້ແກ່ທະນາຄານຜູ້ເປັນເຈົ້າໜີ້ ສ່ວນຫຼາຍແມ່ນຢູ່ໃນລະຫວ່າງ 15%-18%/ປີ ເຊິ່ງມັນເຫັນວ່າເປັນການຈ່າຍຄ່າດອກເບ້ຍໃຫ້ທະນາຄານຫຼາຍພໍສົມຄວນ  ແຕ່ເມືອມີການປັບຫຼຸດອັດຕາດອກເບ້ຍລົງແລ້ວ ກໍ່ແນ່ນວນວ່າ ຜູ້ປະກອບການກໍ່ຈະໄດ້ຈ່າຍຄ່າດອກເບ້ຍໜ້ອຍລົງ     ແຕ່ສໍາລັບຜູ້ຝາກເງິນນໍາທະນາຄານແລ້ວ  ກໍ່ຮູ້ສຶກວ່າ ເງິນລາຍໄດ້ຈາກດອກເບ້ຍທີ່ຕົນໄດ້ຮັບ ເມື່ອທຽບໃສ່ອັດຕາດອກເບ້ຍທີ່ທະນາ ຄານປັບຫຼຸດລົງແລ້ວນັ້ນ ແມ່ນເຫັນວ່າໜ້ອຍລົງ ແລະ ແນ່ນອນວ່າຜູ້ທີ່ມີເງິນຈໍານວນບໍ່ໜ້ອຍອາດຊອກຫາຊ່ອງທາງໃໝ່ໃນການເກັບມ້ຽນເງິນທີ່ຕົນມີໄວ່ໃນບ່ອນທີ່ປອດໄພ ແລະ ໄດ້ຮັບຜົນຕອບແທນທີ່ສູງຄືຜ່ານມາ  ເຊິ່ງ ອາດນໍາເງິນຂອງຕົນໄປລົງທຶນ ໂດຍການຊື້ທີ່ດີນ, ຊື້ຄໍາ ຫຼື ຊື້ຮຸ້ນຂອງບໍລິສັດ ແລະ ໄປລົງທືນໃສ່ຂະແໜງການ ອື່ນໆທີ່ຄິດວ່າຈະໄດ້ຮັບຜົນຕອບແທນເໝາະສົມ.

          ຜ່ານມາທະນາຄານແຫ່ງ ສປປ ລາວ ໄດ້ປະກາດແຈ້ງການຫາບັນດາທະນາຄານທຸລະກິດໃຫ້ປັບຫຼຸດອັດຕາດອກເບ້ຍລົງ ຄືໃນ 2015ໂດຍໄດ້ກໍານົດອັດຕາດອກເບຍເງິນຝາກສະກຸນເງິນກີບຂອງທະນາຄານທຸລະກິດຄື: ອັດຕາດອກເບ້ຍເງິນຝາກປະຢັດ ບໍ່ເກີນ 1,96%, ອັດຕາດອກເບຍເງິນຝາກ 3 ເດືອນ ບໍ່ເກີນ 3,34 ເງິນຝາກ 6 ເດືອນ ບໍ່ເກີນ 4,22%, ເງິນຝາກ 12 ເດືອນ ບໍ່ເກີນ 6,13% ແລະ ເງິນຝາກ 24 ເດືອນ ແມ່ນໃຫ້ຄິດໄລ່ບໍ່ເກີນ 8,63%.  ຕໍ່ມາທະນາຄານແຫ່ງ ສປປ ລາວ ກໍ່ໄດ້ອອກແຈ້ງການເພີ່ມເຕີມ ມີໂດຍໄດ້ກໍານົດອັດຕາດອກເບຍເງິນຝາກສະກຸນເງິນກີບຂອງທະນາຄານທຸລະກິດອາຍຸເກີນ 2 ປີ ຄື: ອັດຕາດອກເບຍເງິນຝາກ 36 ເດືອນ ບໍ່ເກີນ 9,54%, ເງິນຝາກ 48 ເດືອນ ບໍ່ເກີນ 10,56% ແລະ ເງິນຝາກ 60 ເດືອນ ແມ່ນໃຫ້ຄິດໄລ່ບໍ່ເກີນ 11,65%  ເຊິ່ງແນ່ນວນວ່າບັນດາທະນາຄານທຸລະກິດກໍ່ຕ້ອງພາກັນປັບອັດຕາດອກເບ້ຍທັງເງິນຝາກ ແລະ ເງິນກູ້ຂອງຕົນລົງ ເພື່ອໃຫ້ສອດຄອງກັບແຈ້ງການດັ່ງກ່າວ;   ໃນເມື່ອກ່ອນບັນດາທະນາຄານທຸລະກິດໃນ ສປປ ລາວ ແມ່ນໄດ້ຕັ້ງອັດຕ່າດອກ ເບ້ຍເງິນຝ່າກປະຢັດ ໃນລະຫວ່າງ 3%-5%/ປີ, ອັດຕາດອກເບຍເງິນຝາກ 3 ເດືອນ ສະເລ່ຍ 6%/ປີ, ເງິນຝາກ 6 ເດືອນ ສະເລ່ຍ 8%/ປີ, ເງິນຝາກ 12 ເດືອນ ສະເລ່ຍ 10%/ປີ, ເງິນຝາກ 24 ເດືອນ ສະເລ່ຍ 12%/ປີ ແລະ ເງິນຝາກເກີນ 2 ປີ ແມ່ນ ໃນລະຫວ່າງ 12%-14%/ປີ;   ສ່ວນອັດຕາດອກເບ້ຍເງິນກູ້ຂອງທະນາຄານທຸລະກິດ ກໍ່ຢູ່ໃນລະຫວ່າງ 14%-18%/ປີ
            ເມື່ອທະນາຄານທຸລະກິດໄດ້ຫຼຸດອັດຕາດອກເບຍເງິນກູ້ ແລະ ເງິນຝາກຂອງຕົນລົງຄືແນວນັ້ນແລ້ວ ແນ່ນອນວ່າຜູ້ປະກອບການຕ່າງໆກໍ່ຫັນໜ້າເຂົ້າຫາສະຖາບັນການເງິນ ເປັນຕົ້ນແມ່ນທະນາຄານ  ເພື່ອຈະນໍາເອົາເງິນ ທຶນດອກເບ້ຍຕໍ່າດັ່ງກ່າວຈາກທະນາຄານໄປລົງທຶນ ຫຼື ຂະຫຍາຍກິດຈະການຂອງຕົນ  ສະນັ້ນ, ກໍ່ແນ່ນອນວ່າ  ພາກທຸລະກິດກໍ່ຕ້ອງມີການລົງທຶນເພີ້ມຂຶ້ນສ່ວນພາກການບໍລິໂພກ ເມື່ອທະນາຄານຫຼຸດອັດຕາດອກເບ້ຍ ເງິນຝາກລົງແລ້ວກໍ່ແນ່ວ່າຜູ້ທີ່ມີເງິນເຫຼືອໃຊ້ຈ່າຍ  ກໍ່ບໍ່ຮູ້ວ່າຈະນໍາເງິນໄປລົງທຶນໃນຂະແໜງການໃດທີ່ມີຄວາມສຽງໜ້ອຍ ແລະ ໄດ້ຮັບຜົນຕອບແທນທີ່ເໝາະສົມ   ແຕ່ສໍາລັບການຝາກເງິນຢູ່ທະນາຄານແລ້ວກໍ່ອາດເວົ້າໄດ້ວ່າບໍ່ມີເຫດຜົນຍັງທີ່ຈະນໍາເງິນໄປຝາກນໍາທະນາຄານອີກ   ເພາະຜົນຕອບແທນຈາກດອກເບ້ຍແມ່ນໜ້ອຍລົງ  ສະນັ້ນ, ມັນຈຶ່ງສົງຜົນໃຫ້ຄົນໃນສັງຄົມເກີດການເກັບອອມໜ້ອຍລົງປະຊາຊົນ-ສັງຄົມຖືຄອງເງິນສົດໄວ້ໃນມືຫຼາຍຂຶ້ນ ການຈັບຈ່າຍໃຊ້ສ້ອຍໃນພາກຄົວເຮືອນຫຼາຍຂຶ້ນ ແລະ ເປັນຜົນເຮັດໃຫ້ພາກການບໍລິໂພກເພີ່ມຂຶ້ນ.
ເມື່ອເບິ່ງຄືນຫຼັງປີ 2014 ກໍເຫັນວ່າທະນາຄານທຸລະກິດສ່ວນຫຼາຍໃນ ສປປ ລາວ ແມ່ນຕັ້ງອັດຕາດອກເບ້ຍເງິນກູ້ໄວ້ຢູ່ໃນລະຫວ່າງ 14%-18%/ປີ ເຊິ່ງເປັນອັດຕາດອກເບຍທີ່ສູງພໍສົມຄວນ  ແຕ່ໃນນັ້ນ ກໍ່ຍັງມີບາງທະນາຄານທີ່ເປັນທະນາຄານຕ່າງປະເທດ ທີ່ມາລົງທຶນ ແລະ ດໍາເນີນທຸລະກິດການທະນາຄານໃນລາວ ແມ່ນສາມາດສວນກະແສອັດຕາດອກເບຍດັ່ງກ່າວໄດ້  ໂດຍບາງທະນາຄານຕັ້ງອັດຕາດອກເບ້ຍ 10%-12%/ປີ ສໍາລັບສະກຸນເງິນກີບ ແລະ ບໍ່ເກີນ 10%/ປີ ສໍາລັບສະກຸນເງິນໂດລາ  ເຊິ່ງເຮັດໃຫ້ຫຼາຍຄົນໃຫ້ຄວາມສົນໃຈ ແລະ ສົງໃສວ່າມັນແມ່ນຄວາມຈິງບໍ່, ທະນາຄານດັ່ງກ່າວສາມາດປ່ອຍໄດ້ແທ້ບໍ່ ແລະ ເມື່ອປ່ອຍກູ້ໄປແລ້ວຈະມີກໍາໄລໄດ້ແນວໃດ  ໃນເມື່ອທະນາຄານອື່ນທີ່ດໍາເນີນທຸລະກິດມາກ່ອນກໍ່ບໍ່ສາມາດປ່ອຍເງິນກູ້ໃນອັດຕາດອກເບ້ຍລະດັບນີ້ໄດ້ ແລະ ກໍ່ມີຜູ້ປະກອບການບາງສ່ວນກໍ່ທະຍອຍເຂົ້າຫາທະນາຄານດັ່ງກ່າວ ທີ່ສະໜອງແຫຼ່ງທຶນດອກເບ້ຍຕໍາ ສາເຫດທີ່ທະນາຄານຂອງຕ່າງປະເທດທີ່ມາລົງທຶນໃນ ສ ປປ ລາວ ສາມາດປ່ອຍກູ້ເງິນໃນອັດຕາດອກເບ້ຍທີ່ຕໍ່າໄດ້ ກໍ່ຍ້ອນວ່າເຂົາເຈົ້າແມ່ນໄດ້ນໍາເອົາເງິນທຶນດອກເບ້ຍຕໍາມາຈາກປະເທດຂອງເຂົາເຈົ້າເອງ ມາປ່ອຍກູ້ໃນ ສປປ ລາວ  ໂດຍເຂົາເຈົ້າແມ່ນບໍ່ໄດ້ລະດົມເງິນຝາກພາຍໃນລາວແຕ່ຢ່າງໃດ  ເພາະສະນັ້ນ  ຈຶ່ງສາມາດປ່ອຍເງິນກູ້ໃນອັດຕາດອກເບ້ຍທີ່ຕໍ່າກ່ວາທະນາຄານອື່ນທີ່ດໍາເນີນທຸລະກິດໃນລາວມາກ່ອນໄດ້.
          ເມື່ອກ້າວເຂົ້າສູ່ປີ 2015 ພາຍຫຼັງທີ່ບັນດາ 10 ປະເທດ ອາຊຽນ ໄດ້ລວມຕົວເຂົ້າກັນເປັນປະຊາຄົມເສດ ຖະກິດອາຊຽນແລ້ວ  ພ້ອມທັງມີການປະຕິບັດລະບຽບຫຼັກການຕ່າງໆຕາມກົດບັດອາຊຽນ  ແນ່ນອນວ່າການລົງ ທຶນໃນຂົງເຂດອາຊຽນ ໂດຍສະເພາະຂະແໜງການທະນາຄານກໍ່ຈະມີຄວາມດຸເດືອດ ແລະ ຂ້ຽວຂາດຍິ່ງຂຶ້ນກວ່າແຕ່ກ່ອນ  ບັນດາສະຖາບັນການເງິນຕ່າງໆກໍ່ຈະຍາດແຍ່ງກັນສະໜອງເງິນທຶນດອກເບ້ຍຕໍ່າໃຫ້ແກ່ຫົວໜ່ວຍທຸລະກິດ ເຊິ່ງມັນອາດສົ່ງຜົນດີຕໍ່ຜູ້ປະກອບການໃນການຊອກຫາແຫ່ງທຶນທີ່ມີດອກເບ້ຍຕໍ່າ ແລະ ຂໍ້ກໍານົດກົດລະບຽບຂອງທະນາຄານທີ່ບໍ່ຊັບຊ້ອນຫຼາຍເກີນໄປ   ແຕ່ໃນທາງກົງກັນຂ້າມບັນດາທະນາຄານທຸລະກິດທີ່ບໍ່ສາມາດສະໜອງ ສີນເຊື່ອດອກເບ້ຍຕໍ່າໄດ້  ກໍ່ຈະພົບຄວາມຫຍຸ້ງຍາກໃນການຊອກຫາລູກຄ້າເພື່ອສະໜອງເງິນກູ້   ພ້ອມນັ້ນ, ອາດກ້າວໄປເຖິງຄວາມຢູ່ລອດຂອງທະນາຄານເອງ.

          ເມື່ອເບີ່ງໃນທາງທິດສະດີຕາມຫຼັກເສດຖະສາດແລ້ວ  ໃນເມື່ອອັດຕາດອກເບ້ຍຫຼຸດລົງແມ່ນຈະສົ່ງຜົນໃຫ້ສັງຄົມເກີດມີການອອມໜ້ອຍລົງ ເຊິ່ງມັນສົ່ງຜົນໃຫ້ປະລິມານເງິນໃນລະບົບອອກໄປສູ່ຂອດຈໍລະຈອນຫຼາຍຂຶ້ນເຊັ່ນ: ປະຊາຊົນມີການຈັບຈ່າຍໃຊ້ສອຍຫຼາຍຂຶ້ນ, ການລົງທຶນຂອງພາກທຸລະກິດເພີ່ມຂຶ້ນ ອັນເນື່ອງມາຈາກໄດ້ຮັບເງິນກູ້ດອກເບຍທີ່ຕໍ່າ  ເມືອເປັນເຊັ່ນນັ້ນ ອາດເຮັດໃຫ້ປະລິມານເງິນໃນຂອດຈໍລະຈອນຫຼາຍເກີນໄປ ແລະ ອາດກ້າວໄປເຖິງເງິນເຟີ້ຕາມມາ.

No comments:

Post a Comment