Ad

Ad

15 July 2016

ອາດເກີດນ້ຳຖ້ວມບາງເຂດໃນແຂວງບໍລິຄຳໄຊ ຍ້ອນລະດັບນ້ຳຊັນສູງຂຶ້ນ

 
ພາບປະກອບ
          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ເນື່ອງຈາກວ່າສະພາບຝົນຕົກຕິດຕໍ່ ກັນຫລາຍວັນໃນໄລຍະໜຶ່ງອາທິດຜ່ານມາ
, ໄດ້ເຮັດໃຫ້ລະດັບນ້ຳຊັນ ແຂວງບໍລິຄຳໄຊ ສູງໃກ້ລະວັງໄພແລ້ວຄື: ໃນຕອນເຊົ້າວັນທີ 14 ກໍລະກົດນີ້, ຢູ່ເຂດເມືອງເກົ່າ ວັດແທກໄດ້ 7,08 ແມັດ (ເຂດອັນຕະລາຍ 8 ແມັດ) ແລະ ຝົນຍັງສືບຕໍ່ຕົກໃນລະດັບຄ່ອຍຫາປານກາງ ໃນໄລຍະ 1-2 ວັນຕໍ່ໜ້ານີ້, ເຊິ່ງຈະສົ່ງຜົນໃຫ້ລະດັບນ້ຳສູງຂຶ້ນຕື່ມອີກ. ດັ່ງນັ້ນ ຈຶ່ງຂໍຕືອນເຖິງປະຊາຊົນທີ່ອາໃສໃກ້ກັບເຂດນ້ຳຊັນ, ແຂວງ ບໍລິຄຳໄຊ ໃຫ້ມີສະຕິລະມັດລະວັງຕໍ່ສະພາບນ້ຳຖ້ວມ, ພ້ອມທັງເກັບມ້ຽນວັດຖຸສິ່ງຂອງໄວ້ ບ່ອນສູງ ແລະ ໃຫ້ຕິດຕາມຂ່າວລາຍ ງານສະພາບອາກາດເປັນປະຈຳ.

            ຂ່າວໃຫ້ຮູ້ຕື່ມວ່າ: ລະຫວ່າງວັນທີ 15-17 ກໍລະກົດນີ້, ບໍລິເວນຄວາມກົດດັນອາ ກາດຕ່ຳ, ຍັງມີກຳລັງແຮງເພີ່ມຂຶ້ນ ສົມທົບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍ ກຳລັງອ່ອນ, ຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ສະພາບຝົນຕົກເບົາບາງລົງ ແລະ ອຸນຫະ ພູມຈະຮ້ອນຂຶ້ນໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ສະພາບຝົນຈະເບົາ ບາງລົງ, ອາກາດຈະຮ້ອນຂຶ້ນຕື່ມອີກ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 32-34 ອົງສາ; ພາກເໜືອດ້ານຕາເວັນຕົກ:
ຝົນຈະເບົາບາງລົງ, ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 34-36 ອົງສາ; ນະຄອນຫລວງວຽງຈັນ: ອຸນຫະ ພູມຈະເພີ່ມຂຶ້ນ ແລະ ຝົນຈະຫລຸດລົງ, ອຸນຫະພູມຕ່ຳສຸດ 25-27 ອົງສາ, ສູງສຸດ 33-35 ອົງສາ; ພາກ ກາງ: ສະພາບຝົນຈະເບົາບາງລົງ, ອຸນຫະພູມຕ່ຳສຸດ 26-28 ອົງສາ ແລະ ສູງສຸດ 33-35 ອົງສາ, ສ່ວນພາກໃຕ້ ອຸນຫະພູມອາກາດຈະສູງຂຶ້ນຕື່ມເລັກນ້ອຍ ແລະ ຍັງຈະມີຝົນ ຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຕື່ມອີກ. ອຸນຫະພູມຕ່ຳສຸດ 26-28 ອົງສາ ແລະ ສູງສຸດ 33-35 ອົງສາ.

No comments:

Post a Comment