Ad

Ad

15 July 2016

ສະພາການຄ້າມອບເຄື່ອງນຸ່ງຫົ່ມ ແລະ ເງິນສົດຈຳນວນໜຶ່ງ ໃຫ້ອົງການກາແດງ

            ເພື່ອປະກອບສ່ວນຊ່ວຍເຫລືອຜູ້ທຸກຍາກ ແລະ ຂາດເຂີນ ຢູ່ເຂດຫ່າງໄກສອກຫລີກ, ທ່ານ ດາວອນ ພະຈັນທະ ວົງ ຮອງປະທານສະພາອຸດສາຫະກຳ ແລະ ການຄ້າ, ໄດ້ນຳເອົາເຄື່ອງນຸ່ງ ຫົ່ມຈຳນວນໜຶ່ງ ແລະ ເງິນສົດ 4 ລ້ານກີບ, ມາມອບໃຫ້ອົງການກາແດງ ລາວ, ຕາງໜ້າ ຮັບໂດຍທ່ານ ສິງ ເມໂນລາດ ຮອງປະທານອົງການດັ່ງກ່າວ.

            ທ່ານຮອງປະທານສະພາອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ເຄື່ອງນຸ່ງຫົ່ມທີ່ນຳມາມອບຄັ້ງນີ້ ແມ່ນການຮີບໂຮມມາໄດ້ຈາກຄອບຄົວ ແລະ ພະນັກງານ ສະພາອຸດສາຫະກຳ ແລະ ການຄ້າ ເພື່ອໄປມອບໃຫ້ກັບປະຊາຊົນຜູ້ທີ່ທຸກຍາກ, ຂາດເຂີນ ແລະ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເປັນຕົ້ນ ໄພໜາວ, ແຫ້ງແລ້ງ, ນ້ຳຖ້ວມ ແລະ ອື່ນໆ ເພື່ອໃຫ້ເຂົາເຈົ້າມີກຳລັງໃຈພັດທະນາຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວດີຂຶ້ນ.            

No comments:

Post a Comment