Ad

Ad

4 July 2016

ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍເປີດສະຖານກົງສຸນໃຫຍ່ຢູ່ແຂວງຈໍາປາສັກ ແລະ ແຂວງຊຽງແຕງ.

         ພິທີເປີດສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈໍາແຂວງຊຽງແຕງ ຣາຊະອານາຈັກ ກຳປູ ເຈຍມີຂຶ້ນໃນວັນທີ 30 ມິຖຸນາຜ່ານມານີ້ ແລະ ພິທີເປີດສະຖານກົງສຸນໃຫຍ່ແຫ່ງຣາຊະອານາຈັກກຳປູ ເຈຍປະຈໍາແຂວງຈໍາປາສັກ ສປປ ລາວ ໄດ້ມີຂຶ້ນໃນວັນທີ 1 ກໍລະກົດນີ້ ເພື່ອແນໃສເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ແໜ້ນແຟ້ນ ແລະ ເລິກເຊິ່ງຍິ່ງຂື້ນ ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງສອງປະເທດໃຫ້ນັບມື້ຂະຫຍາຍ ຕົວໜັກແໜ້ນ ແລະ ທັງປະກອບສ່ວນເຂົ້າໃນການສ້າງເປັນປະຊາຄົມອາຊຽນ, ໂດຍສະເພາະແມ່ນປະຊາຄົມເສດຖະກິດອາຊຽນໃຫ້ມີຄວາມເຂັ້ມແຂງດີຂຶ້ນ.

          ພ້ອມນີ້, ຍັງເປັນການຊ່ວຍໃຫ້ປະຊາຊົນລາວ ແລະ ກຳປູເຈຍ ໂດຍສະເພາະປະຊາຊົນທີ່ຢູ່ລຽບຕາມຊາຍແດນໄດ້ໄປມາຫາສູ່ກັນສະດວກສະບາຍຍິ່ງຂຶ້ນ. ເນື່ອງຈາກວ່າໃນປັດຈຸບັນປະລິມານການຄ້າສອງຝ່າຍ, ການໄປມາຫາສູ່ກັນຂອງນັກທ່ອງທ່ຽວ ກໍຄືປະຊາຊົນສອງຊາດທີ່ຢູ່ເຂດຊາຍແດນດັ່ງ ກ່າວນັບມື້ມີຈຳນວນເພີ່ມຂຶ້ນ. ສະເພາະປີ 2015 ຜ່ານມາ, ມູນຄ່າການຄ້າສອງຝ່າຍບັນລຸໄດ້ 24 ລ້ານກວ່າໂດລາສະຫະລັດ ແລະ ຈຳນວນຄົນທີ່ໄປທ່ອງທ່ຽວ ແລະ ຄ້າ-ຂາຍ ກໍເພີ່ມຂຶ້ນເປັນ 416.000 ເທື່ອຄົນ.ດ້ວຍເຫດນັ້ນ, ລັດຖະບານສອງປະເທດຈຶ່ງເຫັນດີຮ່ວມກັນໃຫ້ເປີດສະຖານກົງ ສູນໃຫຍ່ຂອງສປປ ລາວ ແຫ່ງທຳອິດຂຶ້ນທີ່ແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ ແລະ ເປີດສະຖານກົງສູນໃຫຍ່ຂອງຣາຊະອານາຈັກກໍາປູເຈຍປະຈໍາແຂວງຈໍາປາສັກ. ເປັນກິດຈະກຳໜຶ່ງທີ່ສຳຄັນທ່າມກາງບັນຍາກາດທີ່ສອງປະເທດກຳລັງສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ກຳປູເຈຍ ຄົບຮອບ 60 ປີ (15/6/1956-15/6/2016).

          ເຂົ້າຮ່ວມເປີດກົງສູນໃຫຍ່ທັງສອງແຫ່ງໃນຄັ້ງນີ້, ມີທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ລອງ ວິຊາໂລ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງຣາຊະອານາຈັກກໍາປູເຈຍ, ມີເຈົ້າແຂວງບັນດາແຂວງໃກ້ຄຽງຂອງລາວ ແລະ ກຳປູເຈຍ, ເອກອັກຄະລັດຖະທູດ ລາວ ແລະ ກຳປູເຈຍ.

No comments:

Post a Comment