Ad

Ad

4 July 2016

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະຢ້ຽມຢາມຣາຊະອານາຈັກໄທໃນລະຫວ່າງວັນທີ 5-6 ກໍລະກົດນີ້

          ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ໂດຍຕອບ

ສະໜອງຕາມຄຳເຊີນຂອງ ທ່ານ ພົນເອກ ປຮະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມ ຣາຊະ ອານາຈັກໄທ ຢ່າງເປັນທາງການໃນລະຫ່ວາງວັນທີ 5-6 ກໍລະກົດ 2016 ເພື່ອເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງອັນດີທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

No comments:

Post a Comment