Ad

Ad

5 July 2016

ອຸຕຸເຕືອນລະວັງຝົນຕົກໜັກ ແລະ ລົມພັດແຮງໃນໄລຍະນີ້

            ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 5-6 ມີຖຸນານີ້, ບໍລິເວນຄວາມກົດດັນອາກາດຕ່ຳ ຈະມີກຳລັງປານກາງຫາແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກ ໃນລະ ດັບຄ່ອຍຫາປານກາງເປັນບໍລິເວນກວ້າງຢູ່ບາງທ້ອງຖິ່ນ ແລະ ອາດມີລົມພັດແຮງ ແລະ ຝົນຕົກໜັກຢູ່ແຂວງຜົ້ງສາລີ, ຫລວງພະບາງ, ວຽງຈັນ, ບໍລິຄຳໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ນະຄອນ ຫລວງວຽງຈັນ. ສະນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໃສ ແລະ ດຳລົງຊີວິດຢູ່ເຂດດັ່ງກ່າວ, ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງດັ່ງກ່າວ, ຊຶ່ງອາດຈະເກີດມີນ້ຳປ່າໄຫລຊຸແຮງ, ນ້ຳຖ້ວມຂັງ ແລະ ສະພາບດິນເຈື່ອນໃນເຂດພູສູງ.

No comments:

Post a Comment