Ad

Ad

30 August 2016

ໄຟຟ້າລາວກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

          ວັນທີ 29 ສິງຫາ ນີ້, ທ່ານ ວິຣະພົນ ວິຣະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປັນປະທານກອງປະຊຸມປຶກສາຫາລື ແລະ ກຽມຄວາມພ້ອມໃນທຸກດ້ານ ເພື່ອສະໜອງໄຟຟ້າຮັບໃຊ້ກອງປະຊຸມສຸດຍອດອາຊຽນ ທີ່ຈະມີຂຶ້ນແຕ່ວັນທີ 3-6 ກັນຍານີ້, ໂດຍຜູ້ຮັບຜິດຊອບໃນແຕ່ລະຂະແໜງການ ໄດ້ລາຍງານໃຫ້ຊາບເຖິງການກະກຽມດ້ານບຸກຄະລາກອນ, ສາຍສົ່ງ ແລະ ແຫລ່ງຜະລິດໄຟຟ້າ 3 ແຫ່ງຄື: ເຂື່ອນໄຟຟ້ງນ້ຳງື່ມ 1, ເຂື່ອນນ້ຳເລິກ ແລະ ເຂື່ອນນ້ຳມັງ 3. ນອກນັ້ນຍັງມີເຂື່ອນສຳຮອງ 2-3 ແຫ່ງເພື່ອຮັບປະກັບໃນການສະໜອງກະແສໄຟຟ້າແກ່ກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດດ້ວຍດີ.

            ປັດຈຸບັນສະພາບຄວາມພ້ອມໃນການຜະລິດໄຟຟ້າທັງສາມເຂື່ອນແມ່ນ 100%, ພ້ອມທັງໄດ້ແຕ່ງຕັ້ງວິຊາການເວນຍາມຕະຫລອດ 24 ຊົ່ວໂມງນັບແຕ່ວັນທີ 1-10 ກັນຍາ. ສຳລັບສາຍສົ່ງ ແລະ ລະ ບົບສົ່ງພະລັງງານໄຟຟ້າຮັບໃຊ້ກອງປະຊຸມແມ່ນມາຈາກ 14 ແຫລ່ງ, ມີກຳລັງຕິດຕັ້ງ 1.381 ເມກາວັດ. ສະເພາະແຜນການສະໜອງພະລັງງານໄຟຟ້າຂອງລັດວິສາຫະກິດໄຟຟ້າລາວ ປະກອບມີຫ້ອງປະຊຸມແຫ່ງຊາດ, ບັນດາໂຮງແຮມສຳຄັນ, ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ, ທຳນຽບປະທານປະເທດ ແລະ ສຳນັກງານນາຍົກລັດຖະມົນຕີ. ເຊິ່ງໄດ້ມີການກະກຽມ ຈັກຜະລິດກະແສໄຟຟ້າສຳຮອງຫລາຍເຄື່ອງ ເພື່ອໃຫ້ສາມາດກູ້ລະບົບໄຟຟ້າໄດ້ທັນເວລາເມື່ອມີບັນຫາ.

          ທ່ານ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຢ້ຳໃຫ້ທຸກພາກສ່ວນກ່ຽວຂ້ອງພ້ອມກັນຈັດຕັ້ງປະຕິບັດ ຕາມພາລະໜ້າທີ່ຂອງພັກ-ລັດຖະບານມອບໝາຍໃຫ້ ໂດຍສະເພາະການຈັດວາງບຸກຄະລາກອນ ກໍຄືວຽກງານປ້ອງກັນຄວາມສະຫງົບໃນແຕ່ລະຈຸດ ຫາກລະບົບໄຟຟ້າມີການຂັດຂ້ອງຕ້ອງມີວິທີການແກ້ໄຂຢ່າງຮີບດ່ວນ ແລະ ທັນການ.

No comments:

Post a Comment