Ad

Ad

30 August 2016

ຮ້ານຄ້າສະດວກຊື້ໂຊກໄຊເປີດໃຫ້ບໍລິການແລ້ວ

          ຮ້ານຄ້າສະດວກຊື້ຂະໜາດໃຫຍ່ມີຊື່ວ່າ: ໂຊກໄຊຊຸບເປີມາດ, ຊຶ່ງຕັ້ງຢູ່ບ້ານດົງນາໂຊກ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ໄດ້ເປີດໃຫ້ບໍລິການແລ້ວໃນທ້າຍອາທິດຜ່ານມາ. ຂະນະທີ່ເຈົ້າຂອງກິດຈະການເຜີຍວ່າ: ພ້ອມມີແຜນຂະຫຍາຍສາຂາໃຫ້ໄດ້ຢ່າງໜ້ອຍ 50 ແຫ່ງຢູນະຄອນ ຫລວງວຽງຈັນ ແລະ ບັນດາແຂວງໃຫຍ່ຕ່າງໆໃນອີກສອງປີຕໍ່ໜ້າ.
           ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ ໃຫ້ສໍາພາດນັກຂ່າວ ພວກເຮົາໃນໂອ ກາດເປີດກິດຈະການຂອງຕົນວ່າ: ພາຍຫລັງເຫັນວ່າສະພາບເສດຖະກິດ ແລະ ສັງຄົມປະເທດເຮົາໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ມີການພັດທະນາດີຂຶ້ນ, ຂະນະດຽວກັນຄວາມ
ຮຽກຮ້ອງຕ້ອງການຂອງສັງຄົມໃນການຊົມໃຊ້ສີນຄ້າອຸປະໂພກ-ບໍລິໂພກເຂົ້າໃນຊີວິດປະຈໍາວັນກໍນັບມື້ສູງຂຶ້ນ ແລະ ອັນສໍາຄັນເຫັນວ່າປັດຈຸບັນປະຊາຊົນສ່ວນຫລວງຫລາຍແມ່ນນິຍົມຫັນໄປຊື້ສີນຄ້າຢູ່ຕາມສູນການຄ້າ, ຫ້າງຊັບພະສີນຄ້າ, ດັ່ງນັ້ນຈຶ່ງເບິ່ງເຫັນວ່າ: ຮ້ານຄ້າສະດວກຊື້ເປັນຈຸດ
ໜຶ່ງເຮັດເພື່ອສ້າງໂອກາດໃຫ້ຜູ້ບໍລິໂພກຫັນມາໃຊ້ບໍລິການ ແລະ ໄດ້ເລືອກເອົາເຂດບ້ານດົງນາໂຊກເປັນສາຂາແຫ່ງທໍາອິດເພື່ອເປີດໃຫ້ບໍລິການສັງຄົມສາມາດມາຈັບຈ່າຍຊື້ສີນຄ້າອຸປະໂພກ-ບໍລິໂພກໄດ້ຢ່າງສະດວກສະບາຍ

            ທ່ານ ໂຊກໄຊ ບອກວ່າ: ຮ້ານຄ້າສະດວກຊື້ຂອງຕົນບໍ່ພຽງແຕ່ເນັ້ນໃສ່ການບໍລິການທີ່ສະ ດວກສະບາຍເທົ່ານັ້ນ, ແຕ່ຍັງຍຶດຖືຫລັກການຄວາມສະອາດປອດໄພ ແລະ ລາຄາຂອງສີນຄ້າມີຄວາມຍຸຕິທໍາ ແລະ ຈະສ້າງຕົນເອງໃຫ້ເປັນຫົວໜ່ວຍທຸລະກິດຕົວແບບໃນການທົດລອງຈັດເກັບອາ ກອນມູນຄ່າເພີ່ມ 10% ຕາມແນວທາງຂອງພັກ-ລັດວາງອອກ ແລະ ພັນທະຕ່າງໆ ເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດເຕີບໃຫຍ່ເຂັ້ມແຂງ.

No comments:

Post a Comment