Ad

Ad

30 August 2016

ຊາວໜຸ່ມກະຊວງການຕ່າງປະເທດໄດ້ຮັບໃບຢັ້ງຢືນ 4 ບຸກ

          ໃນວັນທີ 29 ສິງຫາ ນີ້ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບໃບຢັ້ງຢືນ ແລະ ເປີດປ່າຍ 4 ບຸກ ຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໃຫ້ຊາວໜຸ່ມກະຊວງການຕ່າງປະເທດ ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ ເລຂາຄະ ນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ສະຫາຍ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ, ພ້ອມດ້ວຍສະມາຊິກຊາວໜຸ່ມ ກະຊວງດັ່ງ ກ່າວເຂົ້າຮ່ວມຢ່າງພ້ອມພຽງ.
          ສະຫາຍ ອານຸພາບ ວົງໜໍ່ແກ້ວ ກ່າວວ່າ: ໄລຍະຜ່ານມາ ຄະນະຊາວໜຸ່ມກະຊວງການຕ່າງ ປະເທດ ໄດ້ປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມ ປປລ ວາງອອກ ໂດຍພາຍໃຕ້ການຊິ້ນໍາ-ນໍາພາ
ຢ່າງໃກ້ຊິດຂອງຄະນະພັກກະຊວງການຕ່າງປະເທດ ແລະ ສູນກາງຊາວໜຸ່ມ ປປລາວ ພ້ອມທັງປະກອບ ສ່ວນຢ່າງຕັ້ງໜ້າ ໃນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ VII ເຊິ່ງໃນໄລຍະການປະຕິບັດຂໍ້ແຂ່ງຂັນ 4 ບຸກຄະນະຊາວໜຸ່ມ ປປລ ຂອງກະຊວງການຕ່າງປະເທດ ມີຄວາມເອົາໃຈໃສ່ ແລະ ໜັກແໜ້ນໃນການແຂ່ງຂັນ ຈົນໄດ້ຮັບນາມມະ ຍົດຄະນະບໍລິຫານງານຊາວໜຸ່ມປປລ 4 ບຸກ ເຊິ່ງປະກອບມີ ບຸກດ້ານການເມືອງແນວຄິດ, ບຸກດ້ານຝຶກຝົນຫລໍ່ຫລອມການຮຽນ, ບຸກດ້ານການຈັດຕັ້ງ ແລະ ດ້ານວິຊາສະເພາະຕາມມາດຖານ ແລະ ເງື່ອນໄຂຂອງສູນກາງຊາວໜຸ່ມ ປປລ ວາງອອກ ເຊິ່ງຜົນງານດັ່ງກ່າວ, ລ້ວນແລ້ວແຕ່ແມ່ນການປະກອບສ່ວນຂອງຊາວໜຸ່ມແຕ່ລະໜ່ວຍພ້ອມດ້ວຍສະມາຊິກທຸກສະຫາຍ ມີຄວາມສາມັກຄີເປັນເອກະພາບກັນປະຕິບັດຂໍ້ແຂ່ງຂັນ 4 ບຸກຢ່າງຕັ້ງໜ້າ.  ປັດຈຸບັນ ປະກອບມີໜ່ວຍຊາວໜຸ່ມທັງໝົດ ທີ່ຂຶ້ນກັບ 17 ໜ່ວຍ, ມີສະມາຊິກທັງໝົດຢູ່ພາຍໃນ ແລະ ຕ່າງປະເທດ 500 ສະຫາຍ, ຍິງ 240 ສະຫາຍ. ນອກນັ້ນ, ຍັງມີບັນດາໜ່ວຍຊາວໜຸ່ມຮາກຖານປະຈໍາສະຖານທູດ, ສະຖານກົງສູນໃຫຍ່ ແລະ ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ທີ່ຕ່າງປະເທດອີກຈໍານວນ 33 ໜ່ວຍ ລວມທັງໝົດປະ ກອບມີສະມາຊິກຊາວໜຸ່ມຫລາຍກວ່າ 4.500 ກວ່າຄົນ ໃນນັ້ນລວມມີນັກສຶກສາລາວ ທີ່ກໍາລັງສຶກສາຢູ່ຕ່າງປະເທດ.

          ໃນໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ແລະ ສະຫາຍ ສອນທະນູ ທໍາມະວົງ ຕ່າງກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ພົ້ນເດັ່ນຂອງຊາວໜຸ່ມກະຊວງການຕ່າງປະເທດຍາດມາໄດ້ ໃນການປະກອບສ່ວນດ້ວຍຄວາມຮັບຜິດຊອບສູງ ເຂົ້າໃນການຜັນຂະຫຍາຍແນວທາງ ແລະ ນະ ໂຍບາຍການຕ່າງປະເທດຂອງພັກ ພ້ອມທັງຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມໃນຂະແໜງການຕ່າງປະ  ເທດ, ສືບຕໍ່ຍົກສູງພາລະບົດບາດຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ວຽກງານການເມືອງແນວຄິດ, ຮັກສາຄວາມສາມັກຄີເປັນປຶກແຜ່ນ, ບຸກທະລຸທາງດ້ານຈິນຕະນາການ ແລະ ວິຊາສະເພາະດ້ວຍຄວາມເປັນເຈົ້າການ ຢ່າງຕໍ່ເນື່ອງ, ຮູ້ຈັກໜູນໃຊ້ເວລາ, ກາລະໂອກາດ ແລະ ເຕັກໂນໂລຊີທີ່ທັນສະໄໝເພື່ອຮຽນຮູ້ ແລະ ພັດທະນາຕົນເອງໃຫ້ເຂັ້ມແຂງທາງດ້ານວິຊາສະເພາະ, ຮູ້ຈັກຮຽນຮູ້ນໍາຜູ້ອື່ນ, ຮຽນຮູ້ນໍາເອກະສານ, ນໍາປະສົບການ ແລະ ຮຽນຮູ້ດ້ວຍຕົນເອງ, ສືບຕໍ່ຍົກລະດັບ ແລະ ປັບປຸງແບບ ແຜນວິທີເຮັດວຽກ ໃຫ້ມີລັກສະນະວິທະຍາສາດ, ມີຫົວຄິດປະດິດສ້າງ, ມີການປະສານສົມທົບກັນຢ່າງກົມກຽວ ແລະ ຄ່ອງແຄ້ວ, ເພີ່ມທະວີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ວຽກງານ, ຮັບປະກັນຄຸນນະພາບ ແລະ ທ່ວງທັນກັບເວລາ ແລະ ທັນກັບສະພາບການຂອງພາກພື້ນ ແລະ ສາກົນ.

No comments:

Post a Comment