Ad

Ad

30 August 2016

ສະພາບຝົນຍັງຈະສືບຕໍ່ຕົກຢູ່ຫລາຍທ້ອງຖິ່ນ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 30-31 ສິງຫານີ້, ບໍລິເວນຄວາມກົດດັນອາກາດຕ່ຳຍັງຈະປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບລົມ ມໍລະສຸມຕາເວັນຕົກສ່ຽງໃຕ້ ມີກຳລັງປານກາງພັດປົກຄຸມເຂດພາກກາງຫາພາກໃຕ້ຂອງ ລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກສືບຕໍ່ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກ ໃນລະດັບຄ່ອຍຫາປານກາງທົ່ວໄປ ແລະ ຕົກໜັກເປັນບາງໂອກາດຢູ່ບາງທ້ອງຖິ່ນຂອງ ແຂວງຜົ້ງສາລີ ແລະ ຫົວພັນ. ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 22-24 ອົງສາ, ສ່ວນພາກເໜືອດ້ານຕາເວັນຕົກ: ຍັງຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນຂອງແຂວງ ບໍ່ແກ້ວ, ຫລວງນ້ຳທາ, ຫລວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕ່ຳສຸດ 22-24 ອົງສາ ແລະ ສູງສຸດ 31-33 ອົງສາ, ສຳລັບ
ນະຄອນຫລວງວຽງຈັນ: ຍັງຈະມີຝົນຕົກ ກະຈາຍ ແລະ ຕົກປານກາງຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 31-33 ອົງສາ ແລະ ພາກກາງ: ຈະມີຝົນຕົກແຮງຢູ່ບາງໂອກາດໃນບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 31-33 ອົງສາ.

          ກ່ຽວກັບລະດັບນ້ຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາຕ່າງໆເຫັນວ່າ: ໃນເຊົ້າ ທີ 29 ສິງຫາຜ່ານມາ, ຢູ່ຫລວງພະບາງ ແທກໄດ້ 10,90 ແມັດ ແລະ ຄາດວ່າວັນທີ 30 ສິງຫາ ຈະຫລຸດລົງເຫລືອ 10,68 ແມັດ, ວັນທີ 31 ສິງຫາ ຈະຫລຸດລົງເຫລືອ 10,57 ແມັດ, ຢູ່ນະຄອນຫລວງວຽງຈັນ (ຫລັກ 4), ແທກໄດ້ 8,20 ແມັດ, ຄາດວ່າວັນທີ 30 ສິງຫາ ຈະຫລຸດລົງເຫລືອ 7,95 ແມັດ ແລະ ວັນທີ 31 ສິງຫາ ຫລຸດລົງເຫລືອ 7,86 ແມັດ, ນອກນີ້ ຢູ່ປາກຊັນ ແທກໄດ້ 10,45 ແມັດ, ຄາດວ່າວັນທີ 30 ສິງຫາ ຈະຫລຸດ ລົງເຫລືອ 10,25 ແມັດ ແລະ ວັນທີ 31 ສິງຫາ ຫລຸດລົງເຫລືອ 10,20 ແມັດ ແລະ  ລະດັບນ້ຳຢູ່ຂົວເຊບັ້ງໄຟ ໃນວັນທີ 29 ສິງຫານີ້, ແທກໄດ້ 15,05 ແມັດ, ຄາດວ່າວັນທີ 30 ສິງຫາ ຈະຫລຸດລົງເຫລືອ 14,58 ແມັດ ແລະ ວັນທີ 31 ສິງຫາ ຈະຫລຸດລົງເຫລືອ 14,47 ແມັດ ແລະ ເຂດອື່ນໆກໍໄດ້ເລີ່ມຫລຸດລົງເຊັ່ນດຽວກັນ.

No comments:

Post a Comment